ເກີດເຫດວາງລະເປີດຢ່າງລຽນຕິດຢູ່ອີຣັກ ເຮັດໃຫ້ກວ່າ 200 ຄົນເສຍຊີວິດ

ເກີດເຫດວາງລະເປີດຢ່າງລຽນຕິດຢູ່ອີຣັກ ເຮັດໃຫ້ກວ່າ 200 ຄົນເສຍຊີວິດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 29/07, ​ໄດ້​ເກີດ​ເຫດວາງ​ລະ​ເປີດ​ດ້ວຍ​ລົດ​ໂອ​ໂຕຫຼາຍ​ຄັ້ງຢູ່​ນະຄອນຫຼວງ ​ແບກ​ແດດ ​ແລະ ບາງນະຄອນທາງ​ພາກ​ໃຕ້​ອີ​ຮັກ ​ເຊິ່ງ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດມີ 40 ຄົນ​​ເສຍ​ຊີວິດ ​ແລະ 194 ຄົນ​ຖືກ​ບາດ​ເຈັບ. ​ແຫຼ່ງຂ່າວ​ຈາກກຳລັງປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ຮູ້​ວ່າ ມີ​ລົດ​ໂອ​ໂຕບັນຈຸ​ລູກ​ລະ​ເບີດ 10 ຄັນໄດ້​ລະ​ເປີດ​ຂຶ້ນຢູ່ 8 ​ບໍລິ​ເວັນ​ຢູ່​​ແບກ​ແດດ. ນອກຈາກ​ນັ້ນ, ຍັງ​ເກີດ​ບັນດາ​ເຫດວາງ​ລະ​ເປີດ​ຢູ່ນະຄອນ​ຕ່າງໆ​ຄື ກຸດ, ສະ​ມາວາ ​ແລະ ບາຊາ. ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ ມີ 3.000 ​ກ່ວາ​ຄົນເສຍ​ຊີວິດ​ຍ້ອນ​ການ​ໃຊ້​ຄວາມ​ຮຸ້ມ​ແຮງ​ຢູ່​ອີຣັກ.
ຂ່າວ/ບົດ​ອື່ນ