ເກີດເຫດເຮືອບິນຕົກຢູ່ Tanzania: ຢ່າງໜ້ອຍສຸດມີ 19 ຄົນເສຍຊີວິດ

(VOVWORLD) - ປະຊາຊົນ Tanzania ສະແດງຄວາມໂສກເສົ້າເສຍດາຍຕໍ່ຜູ້ປະສົບເຄາະຮ້າຍໃນເຫດຮ້າຍດັ່ງກ່າວ.
ເກີດເຫດເຮືອບິນຕົກຢູ່ Tanzania: ຢ່າງໜ້ອຍສຸດມີ 19 ຄົນເສຍຊີວິດ - ảnh 1ເຮືອບິນໂດຍສານ 43 ຄົນຕົກລົງໜອງ Victoria
(ພາບ:Reuters)

ວັນທີ 6 ພະຈິກ, ທ່ານ Kassim Majaliwa, ນາຍົກລັດຖະມົນຕີ Tanzania ແຈ້ງໃຫ້ຮູ້ວ່າ: ຢ່າງໜ້ອຍສຸດມີ 19 ຄົນເສຍຊີວິດໃນເຫດເຮືອບິນຕົກລົງໜອງ Victoria ຢູ່ Tanzania. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນ Bukoba, ທ່ານນາຍົກລັດຖະມົນຕີ Kassim Majaliwa ກ່າວວ່າ: ປະຊາຊົນ Tanzania ສະແດງຄວາມໂສກເສົ້າເສຍດາຍຕໍ່ຜູ້ປະສົບເຄາະຮ້າຍໃນເຫດຮ້າຍດັ່ງກ່າວ.

        ກ່ອນໜ້ານັ້ນ, ຕຳຫຼວດ Tanzania ໃຫ້ຮູ້ວ່າ ເຮືອບິນ ATR 42 – 500 ໄດ້ເລີ່ມບິນຂຶ້ນຈາກນະຄອນ Dar es Salaam  ແລະ ຕົກລົງໜອງ Victoria ໃນຂະນະທີ່ພວມຊອກຫາວິທີລົງຈອດຢູ່ສະໜາມບິນ Bukoba ໃນສະພາບທີ່ມີພາຍຸ ແລະ ຝົນຕົກໜັກ. ເຮືອບິນໄດ້ໂດຍສານ 43 ຄົນ, ໃນນັ້ນມີຜູ້ໂດຍສານ 39 ຄົນ ແລະ ຈຸບິນ 4 ຄົນ.

        Precision Air, ເຊິ່ງເປັນບໍລິສັດການບິນເອກະຊົນໃຫຍ່ທີ່ສຸດຢູ່ Tanzania, ກໍ່ໄດ້ອອກແຈ້ງການທາງການໂດຍຮັບຮູ້ວ່າເຮືອບິນໝາຍເລກ PW494 ຂອງບໍລິສັດການບິນນີ້ໄດ້ຕົກລົງໜອງ Victoria ໃນວັນທີ 6 ພະຈິກ ໃນຂະນະທີ່ພວມພະຍາຍາມລົງຈອດຢູ່ສະໜາມບິນ Bukoba ທີ່ຢູ່ໃກ້ຫັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ