ເກິນເທີ ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດກັບຄູ່ຮ່ວມມື ອົດສະຕາລີ, ຍີ່ປຸ່ນ ແລະ ອາເມລິກາ

(VOVWORLD) - ອາເມລິກາ ໃຫ້ບຸລິມະສິດແກ່ການຮ່ວມມືກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ໃນນັ້ນມີ ເກິນເທີ
ເກິນເທີ ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດກັບຄູ່ຮ່ວມມື ອົດສະຕາລີ, ຍີ່ປຸ່ນ ແລະ ອາເມລິກາ - ảnh 1(ທີ່ການເຮັດວຽກ)

        ຕອນບ່າຍວັນທີ 24 ຕຸລາ, ຢູ່ ເກິນເທີ, ທ່ານເລຂາຄະນະພັກແຂວງ ເກິນເທີ ຫງວຽນວັນຮຽວ, ໄດ້ພົບປະ, ເຮັດວຽກກັບຫົວໜ້າສະຖານກົງສູນ ແລະ ທູດການທະຫານ 3 ປະເທດ ອົດສະຕາລີ, ຍີ່ປຸ່ນ, ອາເມລິກາ.

        ທີ່ການພົບປະກັບທ່ານນາງ Sarah Hooper, ຫົວໜ້າສະຖານກົງສູນ ອົດສະຕາລີ ປະຈຳ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ, ຄາດວ່າໃນເດືອນ ພະຈິກ ຈະມາເຖິງ, ສະຖານກົງສູນ ອົດສະຕາລີ ຈະສົມທົບກັບນະຄອນ ເກິນເທີ ຈັດພິທີປູກຕົ້ນໄມ້ທີ່ລະນຶກ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ (1973 – 2023) ແລະ ພິທີປະກາດບ້ວງເງິນໜູນຊ່ວຍ 2,5 ລ້ານໂດລາອົດສະຕາລີ ຂອງລັດຖະບານ ອົດສະຕາລີ ທີ່ສະຫງວນໃຫ້ບັນດາວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ດ້ວຍຊື່ວ່າ “ພື້ນຖານຄູ່ຮ່ວມມືວິສາຫະກິດ: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.

        ສ່ວນຄະນະ ອາເມລິກາ, ທ່ານນາງ Susan Burns, ຫົວໜ້າສະຖານກົງສູນ ອາເມລິກາ ປະຈຳ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ, ອາເມລິກາ ໃຫ້ບຸລິມະສິດແກ່ການຮ່ວມມືກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ໃນນັ້ນມີ ເກິນເທີ, ໂດຍສະເພາະແມ່ນໃນບັນດາຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ສາທາລະນະສຸກພາກລັດ ແລະ ການສຶກສາຂັ້ນສູງ. ນອກນັ້ນ, ອາເມລິກາ ກໍ່ຈະສືບຕໍ່ມີການເຄື່ອນໄຫວຈຸດສຸມໃນວຽກງານມະນຸດສະທຳ, ແກ້ໄຂຜົນພາຍຫຼັງຈາກສົງຄາມ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດຍັງບໍ່ທັນແຕກ…

        ເມື່ອແລກປ່ຽນທີ່ການພົບປະ, ທ່ານ Ono Masuo, ຫົວໜ້າສະຖານກົງສູນ ຍີ່ປຸ່ນ ປະຈຳນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ, ບັນດາວິສາຫະກິດ ຍີ່ປຸ່ນ ມີທ່າແຮງໃນຂົງເຂດເຕັກໂນໂລຊີຊີວະພາບ, ອຸດສາຫະກຳພະລັງງານສະອາດ, ອຸດສາຫະກຳປຸງແຕ່ງ, ຜະລິດ ຮັບໃຊ້ກະສິກຳຕອບສະໜອງມາດຕະຖານສາກົນ…

        ສ່ວນທ່ານເລຂາຄະນະພັກແຂວງ ເກິນເທີ ຫງວຽນວັນຮຽວ, ເນັ້ນໜັກວ່າ, ດ້ວຍບົດບາດເປັນໃຈກາງຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ນະຄອນ ເກິນເທີ ປາດຖະໜາຢາກເປີດກວ້າງການຮ່ວມມືໃນຫຼາຍຂົງເຂດກັບບັນດາຄູ່ຮ່ວມມືຕ່າງປະເທດ, ໃນນັ້ນມີ ອົດສະຕາລີ, ອາເມລິກາ ແລະ ຍີ່ປຸ່ນ ລ້ວນແຕ່ແມ່ນຄູ່ຮ່ວມມືມີການພົວພັນຢ່າງດີງາມກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ