ເກີ່ນເທີເປັນກຳລັງໜູນໃນການພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງ

ເກີ່ນເທີເປັນກຳລັງໜູນໃນການພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເ​ຫ້ວ
ເຮັດ​ວຽກ ຢູ່ ນະ​ຄອນ​ເກີ່ນ​ເທີ
(ພາບ: TTXVN)

(vovworld) –​ ວັນ​ທີ 19/5, ໃນ​ການ​ປະ​ຕິ​ບັດ​ງານ ຢູ່​ບັນ​ດາ​ແຂວງ, ນະ​ຄອນ​ ເຂດ​ທົ່ງ​ພຽງ​ແມ່ນ​ນ້ຳ​ຂອງ, ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ ​ໂດຍ ທ່ານ​ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເ​ຫ້ວ ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ມີ​ການ​ເຮັດ​ວຽກ ຢູ່ ນະ​ຄອນ​ເກີ່ນ​ເທີ. ກ່າວ​ຄວາມ​ເຫັນ ​ທີ່​ການ​ເຮັດ​ວຽກ, ທ່ານ ​ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເ​ຫ້ວ ​ໄດ້​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ ບັນ​ດາ​ຄວາ​ມມາ​ນະ​ພະ​ຍາ​ຍາມ, ຜົນ​ງານ​ທີ່​ ນະ​ຄອນ​ເກີ່ນ​ເທີ ​ບັນ​ລຸໄດ້ ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຮຽກ​ຮ້ອງ ​ນະ​ຄອນ​ເກີ່ນ​ເທີ ​ຄວນໄຈ້​ແຍກ​ລະ​ອຽດ ບັນ​ດາ​ສາຍ​ເຫດ ເພື່ອ​ວາງອອກ​ບັນ​ດາ​​ມາດ​ຕະ​ການ​ທີ່​ເໝາະ​ສົມ ເພື່ອ​ຮັບ​ປະ​ກັນ​ບັນ​ດາ​ຕົວ​ເລກ​ຄາດ​ໝາຍ ກ່ຽວ​ກັ​ບ​ການ​ສົ່ງ​ອອກ-ນຳ​ເຂົ້າ; ຕັ້ງ​ໜ້າ​ຊອກ​ຫາ​ຕະຫຼາດ, ປັບ​ປຸງ​​ລະ​ບຽບ​ການ​ບໍ​ລິ​ຫານ, ພາ​ສີ ​ແນ​ໃສ່​ສ້າງ​ຄວາມ​ສະ​ດວກ​ ໃຫ້​ແກ່ການ​ດຳ​ເນີນ​ທຸ​ລະ​ກິດ. ທ່ານ​ຮອງ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເ​ຫ້ວ ຖື​ວ່າ ໃນ​ອະ​ນາ​ຄົດ, ເກີ່ນ​ເທີ ​ຕ້ອງນຳ​ໜ້າ, ເປັນ​ກຳ​ລັງ​ໜູນ ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ; ເອົາໃຈ​ໃສ່​ເປັນ​​ພິ​ເສດ​ ການ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ທີ່​ມີ​ຄຸນ​ນະ​ພາບ​ສູງ; ລະ​ດົມ​ບັນ​ດາແຫຼ່ງ​ກຳ​ລັງ​ ສຸມ​ໃສ່​ລົງ​ທຶນ​ໂຄງ​ປະ​ກອບ​ພື້ນ​ຖານໂຄງ​ລ່າງ.

ຂ່າວ/ບົດ​ອື່ນ