ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດແຖວໜ້າ ແລະ ຍາວນານຂອງຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 24ສິງຫາ, ຢູ່ທີ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ສ.ເກົາຫຼີ-ຫວຽດນາມ Kim Tae-nyeon ທີ່ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດແຖວໜ້າ ແລະ ຍາວນານຂອງຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ແລະ ທ່ານປະທານກຸ່ມສສຊ ມິດຕະພາບສ.ເກົາຫຼີ-ຫວຽດນາມ Kim Tae-nyeon

    ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບ ສ.ເກົາຫຼີ ແລະ ກຳນົດ ສ.ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ, ຍາວນານ ໂດຍມີຄວາມໄວ້ວາງໃຈຢ່າງສູງ, ບໍ່ພຽງແຕ່ຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອເທົ່ານັ້ນ, ຫາກຍັງ ມີຄວາມໄວ້ວາງໃຈໃນຂອບເຂດທົ່ວໂລກອີກດ້ວຍ. ກ່ຽວກັບການພົວພັນລະຫວ່າງສອງອົງການນິຕິບັນຍັດ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເຊື້ອໝັ້ນວ່າ ສອງກຸ່ມສ.ສ.ຊມິດຕະພາບຫວຽດນາມ-ສ.ເກົາຫຼີ ແລະ ສ.ເກົາຫຼີ-ຫວຽດນາມ ຈະສືບຕໍ່ເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນທີ່ແທດຈິງຫຼາຍຢ່າງ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ. ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.

          ສ່ວນທ່ານປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບສ.ເກົາຫຼີ-ຫວຽດນາມ Kim Tae-nyeon ເນັ້ນໜັກວ່າ: ໃນຊຸມປີຜ່ານມານີ້, ການພົວພັນລະຫວ່າງ 2 ປະເທດໃນຂົງເຂດເສດຖະກິດ, ການຄ້າ ແລະ ວັດທະນະທຳ ບັນລຸໄດ້ບັນດາໝາກຜົນທີ່ດີງາມ; ຫວັງວ່າ, ໃນໄລຍະຈະມາເຖິງ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອສືບຕໍ່ພັດທະນາຢ່າງແຂງແຮງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ