ເຂ​ດ​ຊາຍ​ແດນ ກວ໋າງ​ນິງ ມີການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວທີ່​ຟົດ​ຟື້ນ​ຕ້ອນ​ຮັບ​ລະ​ດູ​ຮ້ອນ

(VOVWORLD) -ບັນດາເຫດການວັດທະນະທຳ, ກິລາ, ທ່ອງທ່ຽວ ໄດ້ນຳມາເຊິ່ງການສຳຜັດທີ່ໃໝ່ອ່ຽມໃຫ້ແກ່ແຂກທ່ອງທ່ຽວ ກ່ຽວກັບນະຄອນທ່ອງທ່ຽວຂຽວ, ນະຄອນເພື່ອສັນຕິພາບ, ປະຊາຊົນ “ມີວັດທະນະທຳ - ສະໜິດສະໜົມ ແລະ ຮັກແພງແຂກຄົນ”
ເຂ​ດ​ຊາຍ​ແດນ ກວ໋າງ​ນິງ ມີການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວທີ່​ຟົດ​ຟື້ນ​ຕ້ອນ​ຮັບ​ລະ​ດູ​ຮ້ອນ - ảnh 1ລາຍການສະແດງສິລະປະໃນງານບຸນ “ມ໊ອງກ໊າຍ ຕ້ອນຮັບລະດູຮ້ອນ 2022” (ພາບ: TTXVN)

ຕອນຄ່ຳວັນທີ 30 ເມສາ, ຢູ່ ຂົວ ກາລອງ, ນະຄອນ ມ໊ອງກ໊າຍ ແຂວງ ກວ໋າງນິງ ໄດ້ຈັດງານບຸນ “ມ໊ອງກ໊າຍ ຕ້ອນຮັບລະດູຮ້ອນ 2022” ດ້ວຍຫຼາຍເຫດການທີ່ໜ້າຈັບໃຈ ແນໃສ່ໂຄສະນາພາບພົບກ່ຽວກັບເຂດດິນແດນ, ປະຊາຊົນ, ຄວາມສາມາດບົ່ມຊ້ອນດ້ານທ່ອງທ່ຽວ ມ໊ອງກ໊າຍ, ພ້ອມທັງຕອບສະໜອງ “ປີທ່ອງທ່ຽວແຫ່ງຊາດ”. ນີ້ເປັນຄັ້ງທຳອິດທີ່ລາຍການດັ່ງກ່າວຖືກຈັດຂຶ້ນ ເພື່ອແນໃສ່ເຊີດຊູຈຸດຄວາມງາມທີ່ເປັນເອກະລັກສະເພາະ ຂອງຊຸດເສື້ອຍສາວ ຫວຽດນາມ, ມໍລະດົກວັດທະນະທຳຕິດພັນກັບບັນດາສະຖານທີ່ທ່ອງທ່ຽວ ດ້ວຍຫົວຂໍ້ “ຂີດໝາຍຢູ່ດິນແດນເໜືອສຸດຂອງປະເທດຊາດ”. ບັນດາເຫດການວັດທະນະທຳ, ກິລາ, ທ່ອງທ່ຽວ ໄດ້ນຳມາເຊິ່ງການສຳຜັດທີ່ໃໝ່ອ່ຽມໃຫ້ແກ່ແຂກທ່ອງທ່ຽວ ກ່ຽວກັບນະຄອນທ່ອງທ່ຽວຂຽວ, ນະຄອນເພື່ອສັນຕິພາບ, ປະຊາຊົນ “ມີວັດທະນະທຳ - ສະໜິດສະໜົມ ແລະ ຮັກແພງແຂກຄົນ”./.

ຕອບກັບ

ຂ່າວ/ບົດ​ອື່ນ