ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ
(vovworld) - ເມື່ອຕອບຄຳຖາມຂອງນັກຂ່າວ ທີ່ກ່ຽວຂ້ອງເຖິງປະຕິກິລິຍາຂອງຫວຽດນາມ ທີ່ມີຕໍ່ຂໍ້ຕົກລົງຫ້າມຫາປາພຽງລຳພັງຝ່າຍດຽວຂອງຈີນ ຢູ່ເຂດທະເລຮ່ວາງຊາ, ຂຶ້ນກັບໄຫຼ່ທະວີບຂອງຫວຽດນາມ, ໃນການປະຊຸມຂ່າວ, ເຊິ່ງຈັດຂຶ້ນຢູ່ຮ່າໂນ້ຍ, ຕອນບ່າຍວັນທີ 21/5, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ຢືນຢັນວ່າ:
“ຮ່ວາງຊາ ແມ່ນຜືນແຜ່ນດິນສ່ວນໜຶ່ງຂອງຫວຽດນາມ ທີ່ບໍ່ອາດຕັດແຍກອອກໄດ້. ເຂດທະເລຮ່ວາງຊາ ແມ່ນບໍລິເວນຫາປາທີ່ເປັນມູນເຊື້ອຂອງຊາວປະມົງຫວຽດນາມ ນັບແຕ່ດົນນານມາແລ້ວ. ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ຈະເພີ່ມທະວີການຄຸ້ມຄອງ ແລະ ຕິດຕາມກວດກາການເຄື່ອນໄຫວຂຸດຄົ້ນສິນທະເລຂອງຊາວປະມົງຫວຽດນາມ ຢູ່ບໍລິເວນຫາປາທີ່ຂຶ້ນກັບເຂດທະເລຂອງຫວຽດນາມ, ເພື່ອແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໂດຍບັງເອີນຢູ່ທະເລຢ່າງທັນການ“.
ແລະ ກໍ່ໃນການປະຊຸມຂ່າວຕອນບ່າຍວັນທີ 21/5, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ກໍ່ໃຫ້ຮູ້ບັນດາມາດຕະການປົກປ້ອງຊາວຫວຽດນາມ ທີ່ຖືກຝ່າຍມາເລເຊຍຈັບຕົວ:
“ຕາມລາຍງານຈາກສະຖານທູດຫວຽດນາມປະຈຳມາເລເຊຍ, ບັນດາພົນລະເມືອງຫວຽດນາມ ທີ່ຖືກກັກຂັງຢູ່ມາເລເຊຍ ຍ້ອນລະເມີດກົດໝາຍຂອງປະເທດນີ້. ສະຖານທູດຫວຽດນາມ ປະຈຳມາເລເຊຍ ໄດ້ດຳເນີນບັນດາມາດຕະການປົກປ້ອງພົນລະເມືອງທີ່ຈຳເປັນ. ສຳລັບກໍລະນີ້ໄດ້ຮັບການປ່ອຍຕົວເປັນອິດສະລະ, ສະຖານທູດຫວຽດນາມ ປະຈຳມາເລເຊຍ ພວມສົມທົບກັບບັນດາອົງການກ່ຽວຂ້ອງຂອງປະເທດນີ້ ກໍ່ຄີຂອງຫວຽດນາມ ເພື່ອເຮັດລະບຽບການໃຫ້ເຂົາເຈົ້າກັບຄືນປະເທດໂດຍໄວ“.
ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ກໍ່ໃຫ້ຮູ້ວ່າ, ແຕ່ວັນທີ 24-29/5, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຈະໄປຢ້ຽມຢາມ ໄທ ແລະ ມຽນມາ. ການຢ້ຽມຢາມໄທ ດຳເນີນໃນລະຫວ່າງວັນທີ 24-26/5, ຕາມຄຳເຊີນຂອງຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ. ຈາກນັ້ນ, ແຕ່ວັນທີ 27-29/5, ໂດຍປະຕິບັດຕາມຂໍ້ຕົກລົງລະຫວ່າງສອງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຈະຢ້ຽມຢາມມຽນມາ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 8 ຄະນະກຳມະການປະສົມຫວຽດນາມ - ມຽນມາ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ວັດທະນະທຳ ແລະ ເຕັກນິກ.