ເຂດອຸດສາຫະກຳຫວຽດນາມ-ສິງກະໂປພິສູດໃຫ້ເຫັນການພົວພັນຮ່ວມມືອັນດີງາມລະຫວ່າງ2ປະເທດ

ເຂດອຸດສາຫະກຳຫວຽດນາມ-ສິງກະໂປພິສູດໃຫ້ເຫັນການພົວພັນຮ່ວມມືອັນດີງາມລະຫວ່າງ2ປະເທດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ
ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: TTXVN)

(vovworld) - ວັນ​ທີ 14/09, ຢູ່​ແຂວງ​ບິ່ງ​ເຢືອງ, ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດຈຳ​ກັດ​ເຂດ​ອຸດ​ສາ​ຫະ​ກຳ​ຫວຽດ​ນາມ - ສິງ​ກະ​ໂ​ປ (VSIP) ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບິ່ງ​ເຢືອງ ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ເຂດ​ອຸດ​ສາ​ຫະ​ກຳ​ຫວຽດ​ນາມ - ສິງ​ກະ​ໂປ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ ຖື​ວ່າ, ໃນ​ໄລ​ຍະ 20 ປີ​ຜ່ານ​ມາ. ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ VSIP ໄດ້​ຕິດ​ພັນ​ກັບ​ພາ​ລະ​ກິດ​ປ່ຽນແປງ​ໃໝ່ ແລະ ພັດ​ທະ​ນາ​ຢູ່​ຫວຽດ​ນາມ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທ້ອ​ງ​ຖິ່ນ ແລະ ​ຂອງ​ທັງປະ​ເທດ. ລັດ​ຖະ​ບານ​ຫວຽດ​ນາມ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງວິ​ສາ​ຫະ​ກິດ​ສິ່ງ​ກະ​ໂ​ປ ຢູ່​ຫວຽດ​ນາມ ແລະ ຢືນ​ຢັນ​ວ່າ, ຈະ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ເປັນ​ປົກ​ກະ​ຕິ, ຍ​ູ້​ແຮງວິ​ວັດ​ການ​ປະ​ຕິ​ຮູບ​ລະ​ບຽ​ບ​ການ​ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສືບ​ຕໍ່ສ້າງ​ເງື່ອນ​ໄຂ​​ສະ​ດວກໃຫ້​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ເວົ້າ​ລວມ ແລະ ວິ​ສາ​ຫະ​ກິດ​ສິງ​ກະ​ໂປ ເວົ້​າ​ສະ​ເພາະ ທີ່​ລົງ​ທຶນ​ເຂົ້າ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ