ເງິນຕາຕ່າງປະເທດສົ່ງມານະຄອນ ໂຮ່ຈີມິນ ອາດບັນລຸ 7 ຕື້ USD ໃນປີ 2023

(VOVWORLD) - ຈຳນວນເງິນຕາຕ່າງປະເທດສົ່ງມານະຄອນ ໂຮ່ຈີມິນ ເພີ່ມຂຶ້ນຢ່າງລຽນຕິດໃນໄລຍະ 5 ປີມໍ່ໆມານີ້.
ເງິນຕາຕ່າງປະເທດສົ່ງມານະຄອນ ໂຮ່ຈີມິນ ອາດບັນລຸ 7 ຕື້ USD ໃນປີ 2023 - ảnh 1 ທີ່ກອງປະຊຸມສຳມະນາ
(ພາບ: hcmcpv.org.vn)

        ທີ່ກອງປະຊຸມສຳມະນາຮັບເອົາຄຳເຫັນຈາກບັນດານັກຊ່ຽວຊານຂະແໜງການເງິນກ່ຽວກັບການສ້າງແຜນຮ່າງດຶງດູດ ແລະ ເສີມຂະຫຍາຍແຫຼ່ງກຳລັງດ້ານເງິນຕາຕ່າງປະເທດສົ່ງມາຢູ່ບໍລິເວນນະຄອນ ໂຮ່ຈີມິນ, ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 22 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນດຶກເລັງ, ຮອງຫົວໜ້າສາຂາທະນາຄານແຫ່ງລັດນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ ຈຳນວນເງິນຕາຕ່າງປະເທດສົ່ງມານະຄອນ ໂຮ່ຈີມິນ ເພີ່ມຂຶ້ນຢ່າງລຽນຕິດໃນໄລຍະ 5 ປີມໍ່ໆມານີ້. ດ້ວຍຈຳນວນເງິນຕາຕ່າງປະເທດທີ່ສົ່ງມານະຄອນ ໂຮ່ຈີມິນ ໃນໄຕມາດທີ 1 ບັນລຸກວ່າ 2,1 ຕື້ USD, ເພີ່ມຂຶ້ນເກືອບ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຄາດວ່າ, ຈຳນວນເງິນຕາຕ່າງປະເທດທີ່ສົ່ງມານະຄອນ ໂຮ່ຈີມິນ ອາດບັນລຸ 7 ຕື້ USD ໃນປີ 2023.

        ທີ່ກອງປະຊຸມສຳມະນາ, ມີຫຼາຍຄຳເຫັນຖືວ່າ ເພື່ອເປີດກວ້າງ ແລະ ດຶງດູດແຫຼ່ງເງິນຕາຕາງປະເທດທີ່ສົ່ງມາ, ນະຄອນ ໂຮ່ຈີມິນ ຕ້ອງສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ເພື່ອດຶງດູດເງິນລົງທຶນ, ແຫຼ່ງເງິນຕາຕ່າງປະເທດສົ່ງມາ ເພື່ອລົງທຶນພັດທະນາການຜະລິດ, ດຳເນີນທຸລະກິດ, ໂດຍສະເພາະແມ່ນໃນຂົງເຂດສາທາລະນະສຸກ, ການສຶກສາ, ວັດທະນະທຳ, ຂົງເຂດເຕັກໂນໂລຊີ, ການພັດທະນາສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ