ເງິນ​ຕາ​ຕ່າງ​ປະ​ເທດ​ໂດຍ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ສົ່ງ​ກັບມາ​ນະ​ຄອນ ໂຮ່​ຈີ​ມິນ ບັນ​ລຸກວ່າ 6,6 ຕື້ USD

(VOVWORLD) - ຕາມຕົວເລກຂອງທະນາຄານແຫ່ງລັດ ສາຂານະຄອນໂຮ່ຈີມິນ ແລ້ວ, ຈຳນວນເງິນຕາຕ່າງປະເທດໂດຍຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ໂອນກັບມານະຄອນໃນປີ 2022 ບັນລຸກວ່າ 6,6 ຕື້ USD, ຫຼຸດລົງເກືອບ 6,7% ເມື່ອທຽບໃສ່ປີ 2021.
ເງິນ​ຕາ​ຕ່າງ​ປະ​ເທດ​ໂດຍ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ສົ່ງ​ກັບມາ​ນະ​ຄອນ ໂຮ່​ຈີ​ມິນ ບັນ​ລຸກວ່າ 6,6 ຕື້ USD - ảnh 1(ພາບ: VNExpress)

ເຫດຜົນທີ່ພາໃຫ້ຈຳນວນເງິນດັ່ງກ່າວຖືກຫຼຸດລົງ ແມ່ນຢູ່ຫຼາຍປະເທດປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ໄພເງິນເຟີ້ເພີ່ມຂຶ້ນສູງ, ຖືກຜົນກະທົບຈາກຫຼາຍປັດໄຈພູມີສາດການເມືອງ. ແຕ່ລະປີ, ເງິນຕາຕ່າງປະເທດຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສົ່ງກັບມາ ນະຄອນ ໂຮ່ຈີມິນ ເພີ່ມຂຶ້ນສະເລ່ຍແຕ່ 7 – 10%  ແລະ ກວມເອົາປະມານ 33% ການເກັບລາຍຮັບງົບປະມານຂອງນະຄອນ. ໄປຄຽງຄູ່ກັນນັ້ນ, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ ແລະ ລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ, ເງິນຕາຕ່າງປະເທດຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນແຫຼ່ງລາຍຮັບ ເງິນຕາຕ່າງປະເທດສຳຄັນຊ່ວຍຮັບປະກັນແຫຼ່ງສະໜອງ - ຄວາມຕ້ອງການເງິນຕາຕ່າງປະເທດ, ເພີ່ມການສະສົມເງິນຕາຕ່າງປະເທດຂອງປະເທດຊາດ, ກໍຄືຫຼຸດຜ່ອນກຳລັງດັນແກ່ອັດຕາແລກປ່ຽນຂອງສະກຸນເງິນ USD.

ຕອບກັບ

ຂ່າວ/ບົດ​ອື່ນ