ເຈລະຈາຍຸດທະສາດຫວຽດນາມ-ອັງກິດຄັ້ງທີ5

ເຈລະຈາຍຸດທະສາດຫວຽດນາມ-ອັງກິດຄັ້ງທີ5 - ảnh 1
ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ ຫວຽດ​ນາມ - ອ​ັງ​ກິດ​ຄັ້ງ​ທີ 5
(ພາບ: Hoàng Anh/Vietnam+)

 (vovworld)- ​ວັນ​ທີ 7/3/2016 ຕາມ​ເນື້ອ​ໃນ​ຈິດ​ໃຈ​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ ຫວຽດ​ນາມ -ອັງ​ກິດ ຊື່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ປີ 2010, ທ່ານ ບຸ່ຍ​ແທງ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ແລະ ທ່ານ Huga Swire, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອັງ​ກິດ ເປັນ​ປະ​ທາ​ນ​ຮ່ວມ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ ຫວຽດ​ນາມ-ອັງ​ກິດ ຄັ້ງ​ທີ 5 ຢູ່ ລອນດອນ ແຫ່ງລາ​ຊະ​ອາ​ນາ​ຈັກ ອັງ​ກິດ. ທີ່​ການ​ເຈ​ລະ​ຈາ, ສອງ​ຝ່າຍ​ໄດ້​ສຸມ​ໃສ່​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ແລະ ອັງ​ກິດ, ຕີ​ລາ​ຄາ​ສະ​ພາບ​ຕົວ​ຈິງ​​ໃນການ​ຮ່ວມ​ມື​ສອງ​ຝ່າຍ ແລະ ສະ​ເຫນີ​ບັນ​ດາ​ຮູບ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ຄື: ການ​ເມືອງ, ການ​ທູດ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ​ກໍ່​ສ້າງ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ເລິ​ກ​ເຊິ່ງ​ກ່​ວາ​ອີກ.

ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະຜູ້​ແທນ​ທຸກ​ຂັ້ນ, ເພີ່ມ​ທະ​ວີ​ການ​ທາບ​ທາມ​ຄວາມ​ເຫັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຄື: ສ​ປ​ຊ, ASEM, ການ​ຮ່ວມ​ມື EU- ອາ​ຊຽນ, ເປັນ​ຕົ້ນ​ໃນ​ບັນ​ດາ​ບັນ​ຫາ​ຄື ກົດ​ໝາຍ​ສາ​ກົນ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ສອງ​ຝ່າຍ​ເຫັນ​ດີ​ຈະ​ສືບ​ຕໍ່​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ສອງ​ຝ່າຍ​ສຳ​ຜັດ​ກັບ​ຕະ​ຫລາດ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ແຕ່​ລະ​ປະ​ເທດ ແລະ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ສອງ​ປະ​ເທດຄື​ນ​ໃໝ່​ກ່ຽວ​ກັບ​ການ​ສະ​ຫນັບ​ສະ​ຫນູນ​ຢ່າງ​ແຮງ ແລະ ຊຸກ​ຍູ້​ການ​ລົງ​ນາມ, ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພາບ ເອີ​ລົບ( EU) ໂດຍ​ໄວ.

ສອງ​ຝ່າຍ​ເຫັນ​ດີ ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ, ​ກໍ່​ສ້າງ. ສອງ​ຝ່າຍ​ເຫັນ​ດີ​ຜັນ​ຂະ​ຫຍາຍ​ບົດ​ບັນ​ທຶກ​ຊ່ວຍ​ຈຳກ່ຽວ​ກັບ​​ດ້ານ​ຮ່ວມ​ມື​ການ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ​ໃຫ້​ມີ​ປະ​ສິດ​ທິ​ຜົນ ແລະ ສືບ​ຕໍ່​ຊຸກ​ຍູ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຝຶກ​ອົບ​ຮົມ, ກໍ່​ສ້າງ, ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ, ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ສະ​ຫງົບ​ທາງ​ທະ​ເລ, ຫນູນ​ຊ່ວຍ​ມະ​ນຸດ​ສະ​ທຳ ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກ​ລະ​ເບີດບໍ່​ທັນ​ແຕກ​ຫລັງ​ສົງ​ຄາມ.

ກ່ຽວ​ກັບ​ບັນ​ຫາ​ສາ​ກົນ​ ແລະ ພາກ​ພື້ນ, ສອງ​ຝ່າຍ​ແບ່ງ​ປັນ​ທັດ​ສະ​ນະ​ຮັກ​ສາ​ສັນ​ຕ​ິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ປອດ​ໄພ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ຢູ່​ພາກ​ພື້ນ ແລະ ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ.


ຕອບກັບ

ຂ່າວ/ບົດ​ອື່ນ