ເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ກ ຳປູເຈຍຂັ້ນຮອງລັດຖະມົນຕີ ຄັ້ງທີ III

(VOVWORLD) -ສອງຝ່າຍແລກປ່ຽນ, ແບ່ງປັນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈກ່ຽວກັບສະພາບການເມືອງ, ຄວາມໝັ້ນຄົງຢູ່ໃນໂລກ ແລະ ພາກພື້ນທີ່ສິ່ງຜົນກະທົບເຖິງສະຖຽນລະພາບ, ສັນຕິພາບຂອງສອງປະເທດ.
ເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ກ ຳປູເຈຍຂັ້ນຮອງລັດຖະມົນຕີ ຄັ້ງທີ III - ảnh 1 ທີ່ການເຈລະຈາ (ພາບ: TTXVN)

ໃນຕອນບ່າຍວັນທີ 21 ທັນວາ, ທີ່ສຳນັກງານກະຊວງປະກັນປະເທດ ກຳປູເຈຍ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານ ພົນໂທ ຫງວຽນຈີ໋ວີ້ງ, ຮອງນາຍົກລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ກຳປູເຈຍ ໂດຍທ່ານ ພົນເອກ Neang Phat, ລັດຖະມົນຕີຮັບຜິດຊອບກະຊວງປ້ອງກັນປະເທດ ກຳປູເຈຍ ເປັນຫົວໜ້າຄະນະໄດ້ດຳເນີນ “ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ກຳ ປູເຈຍຂັ້ນຮອງລັດຖະມົນຕີ ຄັ້ງທີ III”.

        ທີ່ການເຈລະຈາ, ສອງຝ່າຍແລກປ່ຽນ, ແບ່ງປັນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈກ່ຽວກັບສະພາບການເມືອງ, ຄວາມໝັ້ນຄົງຢູ່ໃນໂລກ ແລະ ພາກພື້ນທີ່ສົ່ງຜົນກະທົບເຖິງສະຖຽນລະພາບ, ສັນຕິພາບຂອງສອງປະເທດ.

        ກ່ຽວກັບທິດທາງຮ່ວມມືໃນປີ 2018, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຍູ້ແຮງເພີ່ມທະວີການພົບປະຂັ້ນສູງ; ແລກປ່ຽນຂໍ້ມູນຂ່າວເປັນປົກກະຕິ, ທັນການຮັບໃຊ້ໃຫ້ການນຳສອງກະຊວງປ້ອງກັນປະເທດ ແລະ ເປັນເສນາທິການໃຫ້ສອງລັດຖະບານ.

        ພາຍຫຼັງການເຈລະຈາ, ຕໍ່ການເປັນສັກຂີພິຍານຂອງການນຳກະຊວງປ້ອງກັນປະເທດສອງປະເທດ, ຜູ້ຕາງໜ້າກອງບັນຊາການຕຳຫຼວດທະເລ ຫວຽດນາມ ແລະ ຄະນະກຳມະການຄວາມປອດໄພແຫ່ງຊາດໃນການເດີນທະເລ ກຳປູເຈຍ ໄດ້ລົງນາມໃນ “ຂໍ້ຕົກລົງສ້າງຕັ້ງໂທລະສັບສາຍດ່ວນ” ລະຫວ່າງສອງອົງການ.

ຕອບກັບ

ຂ່າວ/ບົດ​ອື່ນ