ເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ສ.ເກົາຫຼີຄັ້ງທີ5

ເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ສ.ເກົາຫຼີຄັ້ງທີ5 - ảnh 1
ການ​ເຈລະຈາ​ນະ​ໂຍບາຍ​ການ​ປ້ອງ​ກັນຊາ​ດ ຫວຽດນາມ - ສ.​ເກົາຫຼີ
(ພາບ: qdnd.vn)

(vovworld) - ​​ ວັນ​ທີ 27/12 ຢູ່ ຮ່າ​ໂນ້ຍ ຖືກ​ດຳ​ເນີນ​ການ​ເຈລະຈາ​ນະ​ໂຍບາຍ​ການ​ປ້ອງ​ກັນຊາ​ດ ຫວຽດນາມ - ສ.​ເກົາຫຼີ ຄັ້ງ​ທີ 5. ຄະນະ ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ​ງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເປັນ​ຫົວ​ໜ້າ​ຄະນະ; ຄະນະ ສ.​ເກົາຫຼີ ​ໂດຍ​ທ່ານ Hoang In-Mu ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເປັນ​ຫົວໜ້າ​ຄະນະ. ນະ​ທີ່​ນີ້ ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ​ງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ ສ.​ເກົາຫຼີ ​ໃນ​ຫລາຍຂົງ​ເຂດ, ​ໃນ​ນັ້ນ ມີ​ການ​ພົວພັນ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ປ້ອງ​ກັນຊາ​ດ.

        2 ຝ່າຍ​ພ້ອມ​ກັນ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ໂລກ, ພາກ​ພື້ນ ​ແລະ ບັນດາ​ບັນຫາ​ສາກົນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົ​ນ​ໃຈ; ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ນັບ​ແຕ່​ວາລະ​ເການຈລະຈາ​ນະ​ໂຍບາຍ​ປ້ອງ​ກັນຊາ​ດຄັ້ງ​ທີ 4 (09/2015) ມາ​ຮອດ​ປະຈຸ​ບັນ ​ແລະ ກຳນົດ​ທິດ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ບັນລຸ​ປະສິດທິ​ຜົນ​​ແທດ​ຈິງ.


ຂ່າວ/ບົດ​ອື່ນ