ເຈົ້າໜ້າທີ່ຂັ້ນສູງການທ່ອງທ່ຽວອາຊຽນປຶກສາຫາລືຮ່າງຖະແຫຼງການປາກເຊກ່ຽວກັບການທ່ອງທ່ຽວອະນຸລັກອາຊຽນ

ເຈົ້າໜ້າທີ່ຂັ້ນສູງການທ່ອງທ່ຽວອາຊຽນປຶກສາຫາລືຮ່າງຖະແຫຼງການປາກເຊກ່ຽວກັບການທ່ອງທ່ຽວອະນຸລັກອາຊຽນ - ảnh 1
ກອງປະຊຸມຢູ່ປາກເຊ
(ພາບ: KPL)

(vovworld) – ຕອນ​ບ່າຍ​ວັນ​ທີ 21/6, ຢູ່​ເມືອງ ປາກ​​ເຊ, ​ແຂວງ ຈຳປາ​ສັກ, ພາກ​ໃຕ້​ລາວ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງການທ່ອງທ່ຽວ ອາ​ຊຽນ. ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ການທ່ອງທ່ຽວ​ບັນດາ​ປະ​ເທດ ອາ​ຊຽນ, ​ຄະນະ​ເລຂາ ອາ​ຊຽນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸ​ມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ຮ່າງ​ຖະ​ແຫຼ​ງການ​ປາກ​ເຊ​ກ່ຽວ​ກັບ​ການທ່ອງທ່ຽວອະນຸລັກ ອາ​ຊຽນ ດ້ວຍ​ຫົວ​ຂໍ້​ວ່າ “ອາ​ຊຽນ ບໍ່​ມີ​ພົມ​ແດງ: ວິວັດ​ການ​ພັດທະນາ​ຍຸດ​ທະ​ສາດ​ບັນດາ​ກຸ່ມສະຖານ​ທີ່​ທ່ອງ​ທ່ຽວອະນຸລັກ ​ແລະ ບັນດາ​ແລ​ວທ່ອງ​ທ່ຽວ​ອະນຸລັກ”. ນະ​ທີ່​ນີ້, ບັນດາ​ຜູ້​ແທນ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ບັນດາ​ເນື້ອ​ໃນ​ພື້ນຖານ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໂຕະມົນ​ລັດຖະມົນຕີ​ການທ່ອງທ່ຽວ ອາ​ຊຽນ ພິຈາລະນາ, ຮັບຮອງ​ເອົາ.

        ວັນ​ທີ 22/6, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງການທ່ອງທ່ຽວ ອາ​ຊຽນ, ​ໄດ້​ດຳ​ເນີນ​ວາລະ​ໄຂ​ເວ​ທີ​ປາ​ໄສ​ທ່ອງ​ທ່ຽວ​ອະນຸລັກອາ​ຊຽນ.


ຂ່າວ/ບົດ​ອື່ນ