ເຊີດຊູ 100 ຜະລິດຕະພັນອຸດສາຫະກໍາຊົນນະບົດລະດັບຊາດທີ່ດີເດັ່ນ

(VOVWORLD) - ນັບແຕ່ວັນທີ 18 – 22 ກັນຍາ 2019 ຢູ່ເຂດປູຊະນີຍະສະຖານ ພະລາດຊະວັງທັງລອງ - ຮ່າໂນ້ຍ, ກະຊວງອຸດສາຫະກໍາການຄ້າຫວຽດນາມ ໄດ້ຈັດຕັ້ງບັນດາເຫດການຄື: ພິທີເຊີດຊູ, ມອບໃບຢັ້ງຢືນບັນດາຜະລິດຕະພັນອຸດສາຫະກໍາຊົນນະບົດລະດັບຊາດ ທີ່ດີເດັ່ນ ແລະ ງານຕະຫຼາດນັດວາງສະແດງສິນຄ້າອຸດສາຫະກໍາຊົນນະບົດທີ່ດີເດັ່ນປີ 2019. 

ການຈັດຕັ້ງບັນດາເຫດການດັ່ງກ່າວ ເພື່ອແນໃສ່ແນະນໍາບັນດາຜົນງານ, ໝາກຜົນໜູນຊ່ວຍການພັດທະນາອຸດສາຫະກໍາຊົນນະບົດ; ສ້າງກາລະໂອກາດສົ່ງເສີມການຄ້າ, ເປີດກວ້າງຕະຫຼາດໃຫ້ແກ່ບັນດາຜະລິດຕະພັນຊົນນະບົດດີເດັ່ນ.

ເຊີດຊູ 100 ຜະລິດຕະພັນອຸດສາຫະກໍາຊົນນະບົດລະດັບຊາດທີ່ດີເດັ່ນ  - ảnh 1ພິທີເຊີດຊູ, ມອບໃບຢັ້ງຢືນບັນດາຜະລິດຕະພັນອຸດສາຫະກໍາຊົນນະບົດລະດັບຊາດທີ່ດີເດັ່ນ (ພາບ: thuonghieucongluan.vn)

        ກ່າວຄໍາເຫັນທີ່ພິທີເຊີດຊູ, ມອບໃບຢັ້ງຢືນບັນດາຜະລິດຕະພັນອຸດສາຫະກໍາຊົນນະບົດລະດັບຊາດດີເດັ່ນ ແລະ ງານຕະຫຼາດນັດວາງສະແດງສິນຄ້າອຸດສາຫະກໍາຊົນນະບົດດີເດັ່ນປີ 2019, ທີ່ດໍາເນີນໃນຕອນເຊົ້າວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ສະເໜີໃຫ້ກະຊວງອຸດສາຫະກໍາ - ການຄ້າ, ບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຈົ່ງສືບຕໍ່ຊາບຊຶມບັນດາແຜນນະໂຍບາຍ, ນະໂຍບາຍ ຂອງພັກ ແລະ ລັດ ກ່ຽວກັບການສົ່ງເສີມອຸດສາຫະກໍາ. ທ່ານອວງຈູລຶວ ກ່າວວ່າ:

        “ກ່ຽວກັບການພັດທະນາອຸດສາຫະກໍາຊົນນະບົດ, ຄວນສືບຕໍ່ເອົາໃຈໃສ່ໜູນຊ່ວຍວິສາຫະກິດລົງທຶນ, ໝູນໃຊ້ຄວາມກ້າວໜ້າຂອງວິທະຍາສາດເຕັກນິກ, ເຕັກໂນໂລຢີເຂົ້າໃນການຜະລິດ ເພື່ອຍົກສູງສະມັດຕະພາບ, ຄຸນນະພາບ ແລະ ຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ປົກປັກຮັກສາສິ່ງແວດລ້ອມ. ມີມາດຕະການໜູນຊ່ວຍສ້າງການຮ່ວມສໍາພັນໃນການຜະລິດລະບົບມູນຄ່າແບບຍືນຍົງ, ຫັນປ່ຽນໂຄງສ້າງເສດຖະກິດ ແລະ ໂຄງສ້າງແຮງງານຢູ່ເຂດຊົນນະບົດ. ການພັດທະນາອຸດສາຫະກໍາຊົນນະບົດ ແມ່ນໜ້າທີ່ມີຄວາມໝາຍສໍາຄັນ, ແມ່ນເນື້ອໃນລະອຽດໃນວິວັດການຫັນອຸດສາຫະກໍາຊົນນະບົດເປັນອຸດສາຫະກໍາທີ່ ທັນສະໄໝ ແລະຕ້ອງໄດ້ຮັບບຸລິມະສິດໃນການປະຕິບັດ”.

        ປີ 2019 ມີ 4 ກຸ່ມຜະລິດຕະພັນໄດ້ຮັບການເຊີດຊູ, ເຊິ່ງລວມມີ: ກຸ່ມເຄື່ອງຫັດຖະກໍາ 42 ຢ່າງ; ກຸ່ມເຄື່ອງປຸງແຕ່ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ແລະ ສະບຽງອາຫານ ມີ 115 ຢ່າງ; ກຸ່ມເຄື່ອງອຸປະກອນ, ເຄື່ອງຈັກ, ວັດຖຸ ແລະ ອາໄຫຼ່ເຄື່ອງຈັກ 34 ຜະລິດຕະພັນ; ບັນດາຂົງເຂດອື່ນ ມີຜະລິດຕະພັນ 35 ຢ່າງ.


ຕອບກັບ

ຂ່າວ/ບົດ​ອື່ນ