ເຊີດຊູ 78 ກິດຈະກຳສິລະປະພື້ນເມືອງຫວຽດນາມ 2016


ເຊີດຊູ 78 ກິດຈະກຳສິລະປະພື້ນເມືອງຫວຽດນາມ 2016 - ảnh 1
ເຊີດຊູ 78 ກິດຈະກຳສິລະປະພື້ນເມືອງຫວຽດນາມ 2016
(ພາບ: toquoc.vn)

(vovworld) - 78 ກິດຈະກຳ​ທີ່​ໄດ້​ຮັບ​ການ​ເຊີດ​ຊູ​​ໃນພິທີ​ມອບ​ລາງວັນ ສິລະ​ປະ​ພື້ນ​ເມືອງ ​ຫວຽດນາມ 2016 ​ໂດຍ​ສະມາຄົມ ສິລະ​ປະ​ພື້ນ​ເມືອງ​ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 12/12 ຢູ່ ຮ່າ​ໂນ້ຍ. ສະມາຄົມ ສິລະ​ປະ​ພື້ນ​ເມືອງ ຫວຽດນາມ ​ໄດ້​ຮັບ 103 ກິດຈະກຳ​ຈົດ​ຊື່​ເຂົ້າ​ຮ່ວມການ​ແຂ່ງຂັນ​ປີ 2016. ພາຍຫຼັງ​ວີ​ວັດ​ແຫ່ງ​ການ​ໃຫ້​ຄະ​ແນນ ​ແລະ ​ເລືອກ​ເຟັ້ນ, ຄະນະ​ຈັດ​ຕັ້ງ​ໄດ້​ຕົກລົງ​ມອບ 77 ລາງວັນ ​ແລະ ຂອງ​ຂວັນ​ໃຫ້ 78 ກິດຈະກຳ, ​ໃນ​ນັ້ນ​ມີ​ 2 ລາງວັນ​ທີ 1, 2 ລາງວັນທີ 2  A, 8 ລາງວັນທີ່​ 2 B ​ແລະ 24 ລາງວັນ​ທີ 3 A.

        2 ລາງວັນ​ທີ 1 ຂອງ​ປີ 2016 ​ແມ່ນ​ມອບ​ໃຫ້​ກິດຈະກຳ “ສະ​ຖາ​ບັນ​ສົງ​ອິນດູຈີນ - ຮູບ​ແບບ​ຂອງສິລະ​ປະຈຳ​ປາ“ ​ແລະ “ສິລະ​ປະ​ຂັບ​ມໍ​ເມື່ອ​ງ“. ກິດຈະກຳ “ສະ​ຖາ​ບັນ​ສົງ​ອິນດູຈີນ - ຮູບ​ແບບຂອງ​ສິລະ​ປະຈຳ​ປາ“ ​ຂອງ ​ໂງ​ວັນ​ແປງ ​ໄດ້​ຢືນຢັນ​ເຖິງ​ວິວັດ​ແຫ່ງ​ການ​ສ້າງ​ຕັ້ງ, ຄົງ​ຕົວ​ຂອງ​ສິລະ​ປະຈຳ​ປາ. ສ່ວນ​ກິດຈະກຳ “ສິລະ​ປະ​ຂັບ​ມໍ​ເມື່ອ​ງ“ ຂອງ​ຮອງ​ສາ​ສະ​ດາ​ຈານ, ປະລິຍາ​ເອກ ກ່ຽວ​ຈູງ​ເຊີນ ພ້ອມ​ກັບ​ຜູ້​ຮ່ວມ​ງານ ບູ່​ຍວັນ​ແທ່ງ, ຫງວຽນ​​ເຕ້ຈີ ​ແລະ   ບູ່​ຍຮູ​ຍວ້ອງ ​ໄດ້​ຍົກ​ອອກ​ເນື້ອ​ແທ້​ສະ​ເພາະ​ໃນ​ຄຳ​ນິຍາມ “ຂັບ“, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ຕື່ມ​ອີກ​ໃຫ້​ແກ່​ການ​ຄົ້ນ​ຄ້ວາກ​ອນ​ເລື່ອງ​ມໍ​ເມື່ອ​ງ.

ຂ່າວ/ບົດ​ອື່ນ