ເຊີດ​ຊູ 81 ສ່ວນ​ບຸກ​ຄົນ​ໄດ້​ຮັບ​ນາມ​ມະ​ຍົດ ນັກ​ທຸ​ລະ​ກິດ​ໜຸ່ມ​ເລີ່ມ​ຕົ້ນທຸ​ລະ​ກິດ​ດີ​ເດັ່ນ​ໃນ​ປີ 2023

(VOVWORLD) - ການຄັດເລືອກ, ເຊີດຊູນັກທຸລະກິດໜຸ່ມເລີ່ມຕົ້ນທຸລະກິດດີເດັ່ນນັ້ນ ຍິ່ງມີຄວາມໝາຍກວ່າອີກ ໃນສະພາບການພື້ນຖານເສດຖະກິດພວມຢູ່ໃນທ່າຟື້ນຟູ, ມີນັກທຸລະກິດຫຼາຍຄົນ, ພິເສດແມ່ນນັກທຸລະກິດໜຸ່ມທີ່ເດີນຕາມຄວາມຄາດຫວັງເລີ່ມຕົ້ນທຸລະກິດ.
ເຊີດ​ຊູ 81 ສ່ວນ​ບຸກ​ຄົນ​ໄດ້​ຮັບ​ນາມ​ມະ​ຍົດ ນັກ​ທຸ​ລະ​ກິດ​ໜຸ່ມ​ເລີ່ມ​ຕົ້ນທຸ​ລະ​ກິດ​ດີ​ເດັ່ນ​ໃນ​ປີ 2023 - ảnh 1ພິທີມອບນາມມະຍົດນັກທຸລະກິດໜຸ່ມເລີ່ມຕົ້ນທຸລະກິດດີເດັ່ນປີ 2023 (ພາບ:TTXVN)

ຕອນຄ່ຳວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ສູນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ໄດ້ຈັດພິທີມອບນາມມະຍົດນັກທຸລະກິດໜຸ່ມເລີ່ມຕົ້ນທຸລະກິດດີເດັ່ນປີ 2023.

    ໂດຍໄດ້ຜັນຂະຫຍາຍແຕ່ເດືອນ ເມສາ, ລາຍການຄັດເລືອກ ແລະ ມອບນາມມະຍົດນັກທຸລະກິດໜຸ່ມເລີ່ມຕົ້ນທຸລະກິດດີເດັ່ນຂອງປີ 2023 ໄດ້ເລືອກເອົາສ່ວນບຸກຄົນໄດ້ 81 ຄົນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທຳອິດຂອງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ໃນການຜັນຂະຫຍາຍໂຄງການແຫ່ງຊາດເລີ່ມຕົ້ນທຸລະກິດ ໂດຍລັດຖະບານໄດ້ປຸກລະດົມ. ການຄັດເລືອກ, ເຊີດຊູນັກທຸລະກິດໜຸ່ມເລີ່ມຕົ້ນທຸລະກິດດີເດັ່ນນັ້ນ ຍິ່ງມີຄວາມໝາຍກວ່າອີກ ໃນສະພາບການພື້ນຖານເສດຖະກິດພວມຢູ່ໃນທ່າຟື້ນຟູ, ມີນັກທຸລະກິດຫຼາຍຄົນ, ພິເສດແມ່ນນັກທຸລະກິດໜຸ່ມທີ່ເດີນຕາມຄວາມຄາດຫວັງເລີ່ມຕົ້ນທຸລະກິດ.

    ຜ່ານການຜັນຂະຫຍາຍມາເປັນ 7 ຄັ້ງ (2015 – 2023), ໂຄງການດັ່ງກ່າວ ໄດ້ມອບນາມມະຍົດໃຫ້ນັກທຸລະກິດໜຸ່ມ 557 ຄົນ ແລະໄດ້ຮັບຄວາມສົນໃຈ, ຕອບສະໜອງຢ່າງຕັ້ງໜ້າຈາກຊາວໜຸ່ມ ແລະ ວົງການນັກທຸລະກິດໜຸ່ມເລີ່ມຕົ້ນທຸລະກິດໃນທົ່ວປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ