ເຊັນກົດລະບຽບສົມທົບວຽກງານລະຫວ່າງຫ້ອງວ່າການລັດຖະບານແລະຄະນະເສດຖະກິດສູນກາງ

ເຊັນກົດລະບຽບສົມທົບວຽກງານລະຫວ່າງຫ້ອງວ່າການລັດຖະບານແລະຄະນະເສດຖະກິດສູນກາງ - ảnh 1
ເຊັນກົດລະບຽບສົມທົບວຽກງານລະຫວ່າງຫ້ອງວ່າການລັດຖະບານແລະ
ຄະນະເສດຖະກິດສູນກາງ
(ພາບ: VGP/Quang Hiếu)


(vovworld) – ພິ​ທີ​ເຊັນກົດ​ລະ​ບຽບ​ສົ​ມ​ທົບ​ວຽກ​ງານ​ລະ​ຫວ່າງ​ຫ້ອງວ່າ​ກາ​ນ​ລັດ​ຖະ​ບານ​ແລະ​ຄ​ະ​ນະ​ເສດ​ຖະ​ກິດ​ສູນ​ກາງ ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 13/1, ຢູ່​ຮ່າ​ໂນ້ຍ. ຕາມນັ້ນ​ແລ້ວ, 2 ອົງ​ການ​ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ, ແຜນ​ການ​ປະ​ຕິ​ບັດ​ງານ, ການ​ຊີ້​ນຳ, ນຳ​ພາ​ຂອງ​ອົງ​ການ ແລະ ການນ​ຳ​ພັກ, ລັດ​ຖະ​ບານ​ເໝາະ​ສົມ​ກັບບົດ​ບາດ​ໜ້າ​ທີ່, ໜ້າ​ທີ່​ຂອງ 2 ຫົວ​ໜ່ວຍ. ເນື້ອ​ໃນ​ສົມ​​ທົບ​ກັນ​ມີ​ລັກ​ສະ​ນະ​ລະ​ອຽດ, ແທ​ດ​ຈິງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ອົງ​ການ, ຮັບ​ປະ​ກັນ​ຄຸນ​ນະ​ພາບ, ມີ​ປະ​ສິດ​ທິ​ຜົນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເປັນ​ເສ​ນາ​ທິ​ການ, ຮັບ​ໃຊ້​ວຽກ​ງານ​ຊີ້​ນຳ, ນຳ​ພາ, ບໍ​ລິ​ຫານ​ຂອງ​ອົງ​ການ ແລະ ການ​ນຳ​ພັກ, ລັດ​ຖະ​ບານ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ເວືອງ​ດິ່ງ​ເຫ້ວ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ຢັ້ງ​ຢ​ືນ​ວ່າ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ສ້າງ​ກອບ​ກົດ​ໝາຍ​ສຳ​ຄັນ​ເພື່ອ​ໃຫ້​ຄະ​ນະ​ເສ​ດ​ຖະ​ກິດ​ສູນ​ກາງ ແລະ ຫ້ອງວ່າ​ການ​ລັດ​ຖະ​ບານ​ປະ​ຕິ​ບັດ​​ໜ້າ​ທີ່​ການ​ບໍ​ລິ​ຫານ, ເປັນ​ເສ​ນາ​ທິ​ການ, ສະ​ຫລຸບ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ສັງ​ຄົມ​ໃຫ້​ແກ່​ພັກ, ລັດ, ລັດ​ຖະ​ບານ.
ຂ່າວ/ບົດ​ອື່ນ