ເຊື່ອມຈອດນັກວິສາຫະກິດຫວຽດນາມຢູ່ອົດສະຕາລີກັບປະເທດຊາດ

ເຊື່ອມຈອດນັກວິສາຫະກິດຫວຽດນາມຢູ່ອົດສະຕາລີກັບປະເທດຊາດ - ảnh 1
ທ່ານ ຮ່​ວາງ​ມິງ​ເຊີນ, ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ
(ພາບ: Võ Giang/TTXVN)

(vovworld) - ຕອນ​ຄ່ຳ​ວັນ​ທີ 1/12, ​​​ຢູ່ Sydney, ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ຫວຽດ​ນາມ ສົມ​ທົບ​ກັບ​ອົງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ອົດ​ຕາ​ລີ ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ຈັດ​ຕັ້ງ “ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ”.

        ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Sydney ຮ່​ວາງ​ມິງ​ເຊີນ ຕີ​ລາ​ຄາ​ສ​ູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ອົດ​​ສະຕາ​ລີ ໃນ​ການ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ - ກາ​ນ​ຄ້າ​ລະ​ຫວ່າງ ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ. ທ່ານ​ຮ່​ວາງ​ມິງ​ເຊີນ ຫວັງ​ວ່າ: ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຢູ່ ອົດ​ຕາ​ລີ ສືບ​ຕໍ່​ສາ​ມັກ​ຄີ, ໝັ້ນ​ຄົງ​ເຂັ້ມ​ແຂງ​ເພື່ອ​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ພາຍ​ໃນ​ປະ​ເທດ. ຕາມ​ທ່ານ ເຊີນແລ້ວ, ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ໃນ​ຕໍ່​ໜ້າ​ແມ່ນ​ລະ​ດົມ ແລະ ທະ​ວີ​ຄຸນ​ຂະ​ບວນ​ການ “ຊາວ ຫວຽດ​ນາມ ບຸ​ລິ​ມະ​ສິດ ຊົມ​ໃຊ້​ສິນ​ຄ້າ ຫວຽດ​ນາມ” ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຜະ​ລິດ​ພາຍ​ໃນ​ປະ​ເທດ, ເພີ່ມ​ວົງ​ເງິນ​ສົ່ງ​ອອກ, ສ້າ​ງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານຫຼາຍ​ກ່ວາອີກ.


ຂ່າວ/ບົດ​ອື່ນ