ເດັດດ່ຽວຕໍ່ສູ້ກັບການເຄື່ອນໄຫວນໍາໃຊ້, ສໍ້ໂກງເຄື່ອງໝາຍການຄ້າຂອງຫວຽດນາມ

(VOVWORLD) - ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 7 ພະຈິກ, ສະພາແຫ່ງຊາດໄດ້ສືບຕໍ່ຊັກຖາມທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ເຈິ່ນຕ໊ວນແອັງ.

ເດັດດ່ຽວຕໍ່ສູ້ກັບການເຄື່ອນໄຫວນໍາໃຊ້, ສໍ້ໂກງເຄື່ອງໝາຍການຄ້າຂອງຫວຽດນາມ - ảnh 1(ພາບປະກອບ: quochoi.vn) 

ທີ່ວາລະຊັກຖາມ, ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ເຈິ່ນຕ໊ວນແອັງ ໄດ້ຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບວຽກງານການຄຸ້ມຄອງ, ດັດສົມພະລັງງານໄຟຟ້າ; ການປະຕິບັດວຽກງານວາງແຜນພັດທະນາພະລັງງານໄຟຟ້າ, ການວາງແຜນຜະລິດພະລັງງານໃໝ່ ແລະ ຜະລິດຄືນໃໝ່; ການເຄື່ອນໄຫວສົ່ງເສີມການຄ້າ, ພັດທະນາຕະຫຼາດຕ່າງປະເທດ, ຊຸກຍູ້ການສົ່ງອອກສິນຄ້າ; ການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ; ຍົກສູງອັດຕາສ່ວນນໍາໃຊ້ສິນຄ້າພາຍໃນປະເທດ, ປ່ຽນແປງໃໝ່ເຕັກໂນໂລຢີໃນຂົງເຂດອຸດສາຫະກໍາ. ເມື່ອຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບສະພາບການສວຍໃຊ້ເຄື່ອງໝາຍການຄ້າຫວຽດນາມ ເພື່ອສົ່ງສິນຄ້າໄປຍັງປະເທດອື່ນ ແລະ ໜີພາສີ ນັ້ນ, ທ່ານລັດຖະມົນຕີ ເຈິ່ນຕວ໊ນແອັງ ຊີ້ແຈ້ງວ່າ:

        “ພວກຂ້າພະເຈົ້າຂໍຢັ້ງຢືນວ່າ ລັດຖະບານ, ກະຊວງການຄ້າ ແລະ ອຸດສາຫະກໍາ ພ້ອມດ້ວຍບັນດາກະຊວງ, ຂະແໜງການກ່ຽວຂ້ອງ... ໄດ້ໃຫ້ຄໍາຊີ້ນໍາ ແລະ ພວມປະຕິບັດການສະກັດກັ້ນການສໍ້ໂກງເຄື່ອງໝາຍການຄ້າຂອງຫວຽດນາມ, ກໍ່ຜົນເສຍຫາຍຕໍ່ອິດທິພົນຊື່ສຽງຂອງຫວຽດນາມ, ຕໍ່ພື້ນຖານເສດຖະກິດຂອງປະເທດຊາດ ຢ່າງເຂັ້ມງວດ, ຂ້ຽວຊາດ ແລະ ທັນການ. ພວກຂ້າພະເຈົ້າຈະສືບຕໍ່ຕິດຕາມກວດກາຢ່າງໃກ້ຊິດຕິດແທດ ແລະ ປະຕິບັດຢ່າງເຂັ້ມງວດ, ຈໍາກັດການກະທໍາດັ່ງກ່າວ ແລະ ເດັດດ່ຽວຕໍ່ສູ້ການສໍ້ໂກງການຄ້ານັ້ນໃຫ້ມີປະສິດທິຜົນ”.

        ແລະກໍໃນຕອນເຊົ້າວັນທີ 7 ພະຈິກ, ສະພາແຫ່ງຊາດ ກໍໄດ້ຊັກຖາມທ່ານລັດຖະມົນຕີກະຊວງພາຍໃນຫວຽດນາມ ເລວິ໊ງເຕິນ ກ່ຽວກັບການສັບຊ້ອນພະນັກງານ ແລະ ການຈັດຕັ້ງກົງຈັກລັດ.

ຕອບກັບ

ຂ່າວ/ບົດ​ອື່ນ