ເດືອນ​ມັງ​ກອນ, ການສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ບັນ​ລຸ​ໄດ້ 3,7 ກວ່າ​ຕື້ ໂດ​ລາ​ສະ​ຫະ​ລັດ

(VOVWORLD) - ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໃນເດືອນມັງກອນ ປີນີ້, ມູນຄ່າການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸໄດ້ 3,7 ກວ່າຕື້ ໂດລາສະຫະລັດ. 
ເດືອນ​ມັງ​ກອນ, ການສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ບັນ​ລຸ​ໄດ້ 3,7 ກວ່າ​ຕື້ ໂດ​ລາ​ສະ​ຫະ​ລັດ - ảnh 1 (ພາບປະກອບ: vneconomy.vn)

ໃນນັ້ນ, ມູນຄ່າການສົ່ງອອກບັນດາສິນຄ້າກະເສດ ບັນລຸໄດ້ປະມານ 1,7 ກວ່າຕື້ ໂດລາສະຫາລັດ, ຫຼຸດເກືອບ 13% ເມື່ອທຽບໃສ່ໄລ່ຍະດຽວກັນຂອງປີກາຍ; ມູນຄ່າການສົ່ງອອກສິນໃນນໍ້າບັນລຸໄດ້ 600 ລ້ານ ໂດລາສະຫະລັດ, ຫຼຸດເກືອບ 31% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ມູນຄ່າການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ບັນລຸໄດ້ 1,1 ຕື້ ໂດລາສະຫະລັດ, ຫຼຸດເກືອບ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ…

        ສາເຫດມູນຄ່າການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຫຼຸດລົງແຮງໃນ ເດືອນມັງກອນ ປີນີ້ ຍ້ອນໄລຍະພັກປີໃໝ່ ຫວຽດນາມ ແກ່ຍາວ ພ້ອມກັບຄວາມຫຍຸ້ງຍາກ ກ່ຽວກັບໃບສັ່ງຊື້ສິນຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ