ເຕືອນໄພ Eurozone ຖືກຍຸບເລີກໃນບັ້ນຊຸດໂຊມໃໝ່

(VOVWORLD) - ພາກພື້ນທີ່ໃຊ້ສະກຸນເງິນເອີໂລລວມ (Eurozone) ຕ້ອງປັບປຸງກຳລັງແຮງຜ່ານບັນດາການເຄື່ອນໄຫວປະຕິຮູບ, ຖ້າຫາກບໍ່ດັ່ງນັ້ນຈະຕ້ອງປະເຊີນໜ້າກັບໄພຖືກຍຸບເລີກ ເມື່ອເກີດວິກິດການດ້ານເສດຖະກິດໃໝ່.
ເຕືອນໄພ Eurozone ຖືກຍຸບເລີກໃນບັ້ນຊຸດໂຊມໃໝ່ - ảnh 1 (ພາບປະກອບ: thecommentator)

ທ່ານ Benoit Corure, ເຊິ່ງເປັນສະມາຊິກຂອງຄະນະບໍລິຫານງານທະນາຄານສູນກາງເອີລົບ (ECB) ໄດ້ຍົກອອກຄຳກ່າວເຕື່ອນດັ່ງກ່າວທີ່ກອງປະຊຸມ ເຊິ່ງຖືກດຳເນີນໃນວັນທີ 02 ກຸມພາ ຢູ່ນະຄອນຫຼວງ Ljubljana, ປະເທດສຳໂລເວນີ. ທ່ານ Corure ໄດ້ຄັດສະເໜີບົດລາຍງານຂອງອົງການສະຖິຕິເອີລົບ (Eurostat) ປະກາດເມື່ອຕົ້ນອາທິດກ່ອນໄດ້ຊີ້ໃຫ້ເຫັນວ່າ, ການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຂອງ Eurozone ໃນປີ 2017 ແມ່ນ 2,5% - ເຊິ່ງແມ່ນລະດັບເພີ່ມສູງທີ່ສຸດໃນຮອບເວລາ 10 ປີຜ່ານມາ. ຕາມການຕີລາຄາຂອງທ່ານແລ້ວ, ນີ້ແມ່ນສັນຍານຊີ້ໃຫ້ເຫັນວ່າ ເສດຖະກິດ Eurozone ເບິ່ງຄືວ່າ ສຸດທ້າຍໄດ້ຫຼຸດພົ້ນອອກຈາກຄວາມມືດມົວທີ່ແກ່ຍາວພາຍຫຼັງວິກິດການດ້ານການເງິນເມື່ອປີ 2007 – 2008.

        ເຈົ້າໜ້າທີ່ທ່ານນີ້ກໍ່ໄດ້ຍົກອອກການປ້ອງກັນ 3 ຢ່າງ ເຊິ່ງຕາມທ່ານແລ້ວ, ບັນດານັກວາງແຜນນະໂຍບາຍຄວນປັບປຸງເພື່ອຮັບປະກັນໃຫ້ Eurozone ມີກຳລັງແຮງຢ່າງພຽງພໍເພື່ອຕ້ານຄືນບັນດາໄພອັນຕະລາຍໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ