ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ໄຕງວຽນ

ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ໄຕງວຽນ - ảnh 1
ພົນ​ເອກ ​ເຈີ​ນດ້າຍ​ກວາງ ເຮັດວຽກກັບການນຳແຂວງ ເລີມ​ດົ່ງ
(ພາບ: trandaiquang.net)


(vovworld) - ວັນ​ທີ 22/07, ຢູ່​ນະຄອນ ດ່າ​ລາດ (​ແຂວງ ​​ເລີມ​ດົ່ງ), ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ​ໄດ້​ຈັດກອງປະຊຸມສະຫຼຸບ​ວຽກ​ງານໃນ 6 ​ເດືອນຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ໃນ​ຊຸມ​ເດືອນ​ຍັງ​ເຫຼືອ​ຂອງ​ປີ 2013. ຕາມ​ຄະນະ​ຊີ້​ນຳ​ເຂດໄຕ​ງວຽນ ​ແລ້ວ, ​ໃນ 6 ​ເດືອນ​ຕົ້ນ​ປີ 2013, ການ​ເຕີບ​ໂຕ GDP ຂອງ​ທົ່ວ​ເຂດ ໄຕ​ງວຽນ ບັນລຸ​ປະມານ 9%, ວົງ​ເງິນ​ສົ່ງ​ອອກບັນລຸ​ 899 ລ້ານ USD. ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ພື້ນຖານດ້ານ​ວັດຖຸ ​ແລະ ຄຸນ​ນະພາ​ບການ​ສຶກສາ, ສາທາລະນະ​ສຸກ​ໄດ້​ຮັບ​ການ​ປັບປຸງ. ກ່າວຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ​ພົນ​ເອກ ​ເຈີ​ນດ້າຍ​ກວາງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ ໄຕ​ງວຽນ ຊີ້​ແຈ້ງວ່າ: ໜ້າ​ທີ່​ຈຸດ​ສຸມ​ແຕ່​ນີ້​ຮອດ​ທ້າຍ​ປີ ​ແມ່ນ​ຄະນະ​ຊີ້​ນຳ​ເຂດ ໄຕ​ງວຽນ ​ເພີ່ມ​ທະວີ​ການ​ສົມທົບ​ກັບ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຕ່າງໆ ປະຕິບັດ​ຈຸດໝາຍ​ຮັກສາ​ສະຖຽນລະພາບທາງດ້ານ​ການ​ເມືອງ, ສັງຄົມ​, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຄວາມ​ສະຫງົບ​ຢູ່​ເຂດ​ຊາຍ​ແດນ ​ແລະ ພາຍ​ໃນປະ​ເທດ. ທົ່ວ​ເຂດ ໄຕ​ງວຽນ ຕ້ອງ​ສູ້​ຊົນ​ບັນລຸ​ຄາດໝາຍ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ຍົກ​ສູງ​ລາຍ​ຮັບ, ປັບປຸງຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ; ​ແກ້​ໄຂ​ບັນດາ​ບັນຫາເຄັ່ງຮ້ອນກ່ຽວ​ກັບ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ, ທີ່​ດິນ, ວຽກ​ເຮັດ​ງານ​ທຳ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢ່າງ​ມີ​ປະສິດ​ທິຜົນ.

ຂ່າວ/ບົດ​ອື່ນ