ເປີດກ້ວາງຂອບເຂດການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບ ຣູມານີ ແລະ ສ.ເຊັກໂກ ໃນຫລາຍຂົງເຂດ

(VOVWORLD) - ຕອນສວຍວັນທີ 18 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຣູມານີ ແລະ ສ.ເຊັກໂກ ຢ່າງເປັນທາງການ. 
ເປີດກ້ວາງຂອບເຂດການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບ ຣູມານີ ແລະ ສ.ເຊັກໂກ ໃນຫລາຍຂົງເຂດ - ảnh 1 ເປີດກ້ວາງຂອບເຂດການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບ ຣູມານີ ແລະ ສ.ເຊັກໂກ ໃນຫລາຍຂົງເຂດ (ພາບ: TTXVN)

 

  ເນື່ອງໃນໂອກາດນີ້, ທ່ານ ໂຕແອງຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນແຫ່ງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອງຢຸງ ຊີ້ແຈ້ງວ່າ: ການຢ້ຽມຢາມ ຣູມານີ ແລະ ສ.ເຊັກໂກ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ປະສົບຜົນສຳເລັດອັນດີງາມ, ເປີດກ້ວາງຂອບເຂດໃຫ້ແກ່ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບ ຣູມານີ ແລະ ສ.ເຊັກໂກ ໃນຫລາຍຂົງເຂດ.

        ຕາມທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອງຢຸງ ແລ້ວ, ຫວຽດນາມ ກັບ ຣູມານີ ແລະ ສ.ເຊັກໂກ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອໃນຕະຫລອດເວລາເກືອບ 70 ປີຜ່ານມາ. ໃນວັນນີ້, ການພົວພັນທີ່ເປັນມູນເຊື້ອນັ້ນ ຍັງຄົງສືບຕໍ່ໄດ້ຮັບການພັດທະນາຢ່າງແຮງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະກຳພັດທະນາເສດຖະກິດສັງຄົງ ແລະ ການເຊື່ອມໂຍງຢູ່ແຕ່ລະປະເທດ.

        ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອງຢຸງ ເຊື່ອໝັ້ນວ່າ ພາຍຫລັງການຢ້ຽມຢາມ ຣູມານີ ແລະ ສ.ເຊັກໂກ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຄັ້ງນີ້, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ, ຣູມານີ ແລະ ສ.ເຊັກໂກ ແນ່ນອນວ່າ ຈະໄດ້ຍົກຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ