ເປີດກ້ວາງແລະເຮັດໃຫ້ ການພົວພັນຄູ່ຮ່ວມມື ເລິກເຊິ່ງຂຶ້ນຕື່ມ


ເປີດກ້ວາງແລະເຮັດໃຫ້ ການພົວພັນຄູ່ຮ່ວມມື ເລິກເຊິ່ງຂຶ້ນຕື່ມ - ảnh 1

 (ພາບປະກອບ: TTXVN)

(vovworld) – ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽ​ດນາມ ​ຟ້າ​ມບິງ​ມິ​ງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງທີ 47 (AMM-47), ບັນດາ​ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດລະຫວ່າງອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື (PMC), ອາ​ຊຽນກັບ​ 3 ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອຄັ້ງທີ 15 (APT-15), ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ເຂົ້າຮ່ວມ​ກອງ​ປະຊຸມ​ຂັ້ນສູງ​ອາຊີ​ຕາ​ເວັນ​ອອກ​ຄັ້ງທີ 4 (EASFMM-4) ​ແລະ ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນຄັ້ງທີ 21 (ARF-21) ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 5-10/8/2014 ຢູ່ Nay Pyi Taw ປະ​ເທດ ສ.ມຽນມາ. ນີ້​ແມ່ນກອງ​ປະຊຸມ​ຂັ້ນລັດຖະມົນຕີ​ການ​ຕ່າງປະ​ເທດສຳຄັນ​ທີ່​ສຸດ​ໃນ​ປີ​ຂອງ​ອາ​ຊຽນ ​ແລະ ລະຫວ່າງ​ອາ​ຊຽນກັບ​ບັນດາ​ຄູ່​ຮ່ວມ​ມື ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ 27 ປະ​ເທດ (ລວມມີ 10 ປະ​ເທດ​ອາ​ຊຽນ ​ແລະ 17 ປະ​ເທດ​ຄູ່​ຮ່ວມ​ມື). ບັນດາ​ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ​​ເພື່ອ​ແນ​ໃສ່​ສຳ​ຫຼວດກວດກາ​ການ​ຮ່ວມ​ມື​ໃນອາ​ຊຽນ, ການ​ພົວພັນ​ລະຫວ່າງ​ອາ​ຊຽນກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ, ປຶກສາ​ຫາ​ລື​ການ​ກຳນົດ​ທິດ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ​ແລ​ກປ່ຽນບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ຕ່າງ​ກໍ່​ມີ​ຄວາມ​ສົນ​ໃຈ, ພິ​ເສດ​ແມ່ນ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ. ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ​ເພື່ອ​ແນ​ໃສ່​ປັບປຸງນ້ຳ​ໃຈ​ສາມັກຄີ ​ແລະ ການ​ຮ່ວມ​ມື​ໃນ​ອາ​ຊຽນ, ສ້າງ​ປະຊາ​ຄົມ​ອາ​ຊຽນໝັ້ນຄົງ​ເຂັ້ມ​ແຂງ, ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ; ​ເປີດ​ກ້ວາງ ແລະ ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ເລິກ​ເຊິ່ງຂຶ້ນ​ຕື່ມ ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຈຸດໝາຍ ​ແລະ ຜົນ​ປະ​ໂຫຍ​ດລວມຂອງ​ອາ​ຊຽນ./

ຂ່າວ/ບົດ​ອື່ນ