ເປີດການນຳໃຊ້ຂົວມິດຕະພາບເລກ 4 ລະຫວ່າງລາວ ແລະ ໄທ

ເປີດການນຳໃຊ້ຂົວມິດຕະພາບເລກ 4 ລະຫວ່າງລາວ ແລະ ໄທ - ảnh 1
ທີເປີດການນຳໃຊ້ ຂົວ​ມິດຕະພາບລາວ-ໄທ

(vovworld)- ພິທີເປີດການນຳໃຊ້ ຂົວ​ມິດຕະພາບລາວ-ໄທ 4 (ຫ້ວຍຊາຍ-ຊຽງຂອງ)   ໄດ້ຈັດຂຶ້ນຢ່າງເປັນທາງການຂຶ້ນ ໃນວັນທີ 11 ທັນວາ 2013 ທີ່ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ຫ່າງ​ຈາກນະຄອນຫລວງ​ວຽງ​ຈັນ​ປະມານ 700 ກິ​ໂລ​ແມັດໂດຍ​ເປັນກຽດເຂົ້າຮ່ວມ ຂອງ ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດລາວ, ທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີ​ໄທ ພ້ອມ​ດ້ວຍແຂກຖືກ​​ເຊີນເປັນ​ຈຳນວນ​ຫລວງຫລາຍ. ຂົວມິດຕະພາບ 4 ​ເຊື່ອມ​ຕໍ່ ລາວ ​ແລະ ​ໄທ ມີ​ຍອດ​ລາຍ​ຈ່າຍ​ກວ່າ 48 ລ້ານ USD, ຍາວ​ກວ່າ 630 ​ແມັດ, ກວ້າງ​ເກືອບ 15 ​ແມັດ. ມາ​ຮອດ​ປະຈຸ​ບັນ, ລາວ ​ແລະ ​ໄທ ​ໄດ້​ກໍ່ສ້າງ​ຂົວ​ມິດຕະພາບ 4 ​ແຫ່ງ​ເຊື່ອມ​ຕໍ່​ຊາ​ຍ​ແດນ​ສອງ​ປະ​ເທດ​​ບົນ​ແມ່​ນຳ້​ຂອງ, ປະກ​ອບສ່ວນ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ທ່ອງ​ທ່ຽວ​ລະຫວ່າງ ລາວ,​ ມຽນມາ, ​ໄທ ​ແລະ ຈີນ.

ຂ່າວ/ບົດ​ອື່ນ