ເປີດຕົວປື້ມ ແລະ ສະໂມສອນທີ່ມີຊື່ດຽວວ່າ “ຫົວໃຈຂອງນາຍທະຫານນະຄອນຫຼວງ”

(VOVWORLD) - “ຫົວໃຈຂອງນາຍທະຫານນະຄອນຫຼວງ” ແມ່ນສະໂມສອນທາງການທີ 5 ໄດ້ສ້າງຕັ້ງໃນເກືອບ 3 ປີຜ່ານມາ. ຄາດວ່າ, ເດືອນ ທັນວາ ຈະມາເຖິງ, ສະໂມສອນ “ຫົວໃຈຂອງນາຍທະຫານ ວີຊວຽນ - ຮ່າຢາງ” ຈະໄດ້ສ້າງຕັ້ງຢ່າງເປັນທາງການ. ໂດຍເປັນອົງການຈັດຕັ້ງນິຕິບຸກຄົນ
ເປີດຕົວປື້ມ ແລະ ສະໂມສອນທີ່ມີຊື່ດຽວວ່າ “ຫົວໃຈຂອງນາຍທະຫານນະຄອນຫຼວງ” - ảnh 1ບັນດາຜູ້ແທນທີ່ພິທີ
(ພາບ:Ngọc Anh)

ຕອນບ່າຍວັນທີ 4 ຕຸລາ, ຢູ່ ຮ່າໂນ້ຍ, ອົງການຈັດຕັ້ງ “ຫົວໃຈຂອງນາຍທະຫານນະຄອນຫຼວງ” ໄດ້ສົມທົບກັບກັບຫໍພິພິທະພັນ ແມ່ຍິງ ຫວຽດນາມ, ວາລະສານສິ່ງແວດລ້ອມ ແລະ ຕົວເມືອງ ຫວຽດນາມ, ສະພາ ວົງຕະກຸນ ດັ້ງ ຫວຽດນາມ ແລະ ສະໂມສອນ “ອາຍຸ 20 ປີຕະຫຼອດໄປ” ໄດ້ຈັດການເປີດຕົວປຶ້ມ ແລະ ສະໂມສອນ ທີ່ມີຊື່ດຽວວ່າ “ຫົວໃຈຂອງນາຍທະຫານນະຄອນຫຼວງ”.

        “ຫົວໃຈຂອງນາຍທະຫານນະຄອນຫຼວງ” ແມ່ນສະໂມສອນທາງການທີ 5 ໄດ້ສ້າງຕັ້ງໃນເກືອບ 3 ປີຜ່ານມາ. ຄາດວ່າ, ເດືອນ ທັນວາ ຈະມາເຖິງ, ສະໂມສອນ “ຫົວໃຈຂອງນາຍທະຫານ ວີຊວຽນ - ຮ່າຢາງ” ຈະໄດ້ສ້າງຕັ້ງຢ່າງເປັນທາງການ. ໂດຍເປັນອົງການຈັດຕັ້ງນິຕິບຸກຄົນ, ບໍ່ຫາຜົນກຳໄລ, ຜ່ານສື່ສັງຄົມ facebook, ເວທີປາໄສ “ຫົວໃຈຂອງນາຍທະຫານ” ໄດ້ເຕົ້າໂຮມສະມາຊິກກ່ວາ 200.000 ຄົນຢູ່ທຸກແຖບຖິ່ນຂອງປະເທດຊາດ. ສະໂມສອນ “ຫົວໃຈຂອງນາຍທະຫານນະຄອນຫຼວງ” ມີຫຼາຍການເຄື່ອນໄຫວມີເນື້ອໃນມະນຸດສາດ, ແຜ່ຂະຫຍາຍບັນດາສິ່ງດີງາມໃນສັງຄົມ.

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ເປີດຕົວປື້ມ “ຫົວໃຈຂອງນາຍທະຫານນະຄອນຫຼວງ”. ສິ່ງພິມນີ້ມີບົດຂຽນ 25 ບົດ ຂອງຜູ້ຂຽນ 20 ຄົນ, ເຊິ່ງໄດ້ວາດພາບກ່ຽວກັບຄວາມງາມທາງດ້ານຈິດໃຈ, ມູນເຊື້ອພິລະອາດຫານ, ກ້າຫານຂອງທະຫານ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ