ເປີດ​ຕົວຫ້ອງ​ການກົງ​ສູນກິຕິມະສັກ ຫວຽດ​ນາມ ປະ​ຈຳ​ນະ​ຄອນ Odessa, ຢູ​ແກຼນ

(VOVWORLD) -ວັນທີ 25 ມິຖຸນາ, ພິທີເປີດຫ້ອງການກົງສູນກິມິມະສັກ ຫວຽດນາມ ໄດ້ດຳເນີນຢູ່ນະຄອນ Odessa, ປະເທດ ຢູແກຼນ.
ເປີດ​ຕົວຫ້ອງ​ການກົງ​ສູນກິຕິມະສັກ ຫວຽດ​ນາມ ປະ​ຈຳ​ນະ​ຄອນ Odessa, ຢູ​ແກຼນ - ảnh 1ທ່ານ ຫງວຽນຮົ່ງແທັກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ ແລະ ທ່ານຫງວຽນວັນແຄງ ຫົວໜ້າກົງສູນກິຕິມະສັກ ຄົນທຳອິດ ຂອງ ຫວຽດນາມ ປະຈຳ ຢູແກຼນ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຮົ່ງແທັກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ ທັງຮັບຜິດຊອບວຽກງານການທູດຢູ່ ໂມນດາວີ ໃຫ້ຮູ້ວ່າ ເລື່ອງເປີດຕົວຫ້ອງການກົງສູນກິຕິມະສັກ ຫວຽດນາມ ປະຈຳ Odessa ແມ່ນສັນຍາລັກທີ່ມີຊີວິດຊີວາ ໂດຍສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນທີ່ເປັນມູນເຊື້ອ, ມິດຕະພາບ ກັບຢູແກຼນເປັນສຳຄັນ ແລະ ມີຄວາມປາດຖະໜາຢາກ ພັດທະນາທຸກຊ່ອງທາງຮ່ວມມືລະຫວ່າງສອງປະເທດ. ໂດຍສະແດງຄວາມຍິນດີຕໍ່ທ່ານ ຫງວຽນວັນແຄງ ຫົວໜ້າກົງສູນກິຕິມະສັກ ຄົນທຳອິດ ຂອງ ຫວຽດນາມ ປະຈຳ ຢູແກຼນ, ທ່ານ ຫງວຽນຮົ່ງແທັກ ໄດ້ສະແດງຄວາມຫວັງວ່າ ທ່ານ ຫງວຽນວັນແຄງ ພ້ອມກັບຫ້ອງການກົງສູນກິຕິມະສັກ ຈະມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການປັບປຸງ, ເພີ່ມທະວີການພົວພັນ ຫວຽດນາມ - ຢູແກຼນ, ໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ Odessa ໃຫ້ພັດທະນາແບບຍືນຍົງ, ປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ຜົນປະໂຫຍດຂອງທັງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ