ເປີດ​ນຳ​ໃຊ້​ເສັ້ນ​ທາງ​ກຳ​ປັ່ນ​ເຊື່ອມ​ຕໍ່​ເຂດ​ພາ​ກ​ກາງ ຫວຽດ​ນາມ ກັບ ອິນ​ເດຍ

(VOVWORLD) -ວັນທີ 27 ກໍລະກົດ, ຫ້ອງການການຄ້າ ສະຖານທູດຫວຽດນາມ ປະຈຳ ອິນເດຍ ໄດ້ສົມທົບກັບບໍລິສັດໃຫຍ່ການເດີນເຮືອ ຫວຽດນາມ (VIMC) ຈັດກອງປະຊຸມທາງໄກເປີດນຳໃຊ້ເສັ້ນທາງກຳປັ່ນ ເຊື່ອມຕໍ່ເຂດພາກກາງ ຫວຽດນາມ ກັບ ອິນເດຍ ແລະ ຄາດວ່າຈະເຊື່ອມຕໍ່ກັບ ບັງກະລາເທດ. 
ເປີດ​ນຳ​ໃຊ້​ເສັ້ນ​ທາງ​ກຳ​ປັ່ນ​ເຊື່ອມ​ຕໍ່​ເຂດ​ພາ​ກ​ກາງ ຫວຽດ​ນາມ ກັບ ອິນ​ເດຍ - ảnh 1ກອງປະຊຸມທາງໄກເປີດນຳໃຊ້ເສັ້ນທາງກຳປັ່ນ ເຊື່ອມຕໍ່ເຂດພາກກາງ ຫວຽດນາມ ກັບ ອິນເດຍ
(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລກວາງຈຸງ, ຮອງຜູ້ອຳນວຍການໃຫຍ່ VIMC ໄດ້ຢັ້ງຢືນວ່າ ໃນຍຸດທະສາດພັດທະນາຂອງຕົນ, ອິນເດຍແມ່ນຄູ່ຮ່ວມມືທາງການຄ້າສຳຄັນຂອງ ຫວຽດນາມ. ເດືອນພະຈິກ ປີ 2021, VICM ໄດ້ສ້າງເສັ້ນທາງຂົນສົ່ງໂດຍກົງ ຕູ້ container 1.000 TEU ຜ່ານຫ໋າຍຝ່ອງ - ມາເລເຊຍ - ອິນເດຍ ແລະ ເຂົ້າ ເກືອລໍ່, ເງະອານ, ຂົນສົ່ງສິນຄ້າ ໄປຍັງອິນເດຍ. ນີ້ແມ່ນເສັ້ນທາງເຊື່ອມຕໍ່ໂດຍກົງ ລະຫວ່າງ ຫວຽດນາມ - ອິນເດຍ, ຊ່ວຍຫຼຸດຜ່ອນໄລຍະເວລາຂົນສົ່ງເມື່ອທຽບໃສ່ກັບເສັ້ນທາງໃນປັດຈຸບັນ ໂດຍບໍ່ຜ່ານຈຸດປ່ຽນຖ່າຍສິນຄ້າ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບັງກະລາເທດ ຟ້າມວຽດຈຽນ ຫວັງວ່າ ເສັ້ນທາງທະເລເຊື່ອມຕໍ່ ກັບ ບັງກະລາເທດ ຈະ ຊຸກຍູ້ການເຄື່ອນໄຫວການຄ້າ ຫວຽດນາມ - ບັງກະລາເທດ, ນຳເອົາຜົນປະໂຫຍດມາໃຫ້ບັນດາບໍລິສັດກຳປັ່ນ ແລະ ວິສາຫະກິດສອງປະເທດ. ທ່ານ ຢັ້ງຢືນວ່າ ສະຖານທູດ ຫວຽດນາມ ປະຈຳ ບັງກະລາເທດ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ແລະ ບັງກະລາເທດ ໃນການເຊື່ອມຕໍ່ດຳເນີນທຸລະກິດ, ແບ່ງປັນຂໍ້ມູນທີ່ມີປະໂຫຍດ ແລະ ກາລະໂອກາດໃນການດຳເນີນທຸລະກິດ, ການລົງທຶນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ