ເປີດສະຫຼອງພະພຸດ ທະຮູບທອງໃຫ່ຍກ່ວາ ໝູ່ຢູ່ອາຊີຕາເວັນ ອອກສ່ຽງໃຕ້


 ເປີດສະຫຼອງພະພຸດ ທະຮູບທອງໃຫ່ຍກ່ວາ ໝູ່ຢູ່ອາຊີຕາເວັນ ອອກສ່ຽງໃຕ້ - ảnh 1

(ພາບ: http://vnexpress.net )

 (vovworld)- ​ ​ວັນ​ທີ 31/8, ຢູ່​ແຂວງ​ນາມ​ດິ້ງ, ​ໄດ້​ຈັດ​ໃຫ້​ມີ​ພິທີເປີດ​ສະຫຼອງ​ພະພຸດທະ​ຮູບ ທິກ​ກາ​ເມົາ​ນີ ​ເຮັດ​ດ້ວຍທອງທີ່​ມີ​ຂອບ​ຂະໜາດ​ໃຫ່ຍກ່ວາ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປະຈຸ​ບັນ ຊື່​ງມີ​ຄຸນຄ່າ​ດ້ານ​ວັດທະນະທຳ, ຈິດ​ວີນຍານ​ທີ່​ໃຫ່ຍຫຼວງ.

  ພະພຸດທະ​ຮູບ ທິກ​ກາ​ເມົາ​ນີ ມີ​ລວງ​ສູງ 20 ​ແມັດ,  ມີນ້ຳ​ໜັກ 150 ​ໂຕນ. ພະພຸດທະ​ຮູບ ທິກ​ກາ​ເມົາ​ນີ ຖືກ​ຖື​ວ່າ ​ແມ່ນ​ກິດຈະກຳ​ມີ​ຄວາມ​ໝາຍ​ດ້ານ​ຈິດ​ວີນຍານ ​ແລະ ວັດທະນະທຳ​ໃຫ່ຍຂອງ​ແຂວງ​ນາມ​ດິ້ງ ຊື່​ງນອນ​ໃນ​ຂອບເຂດ​ທີ່​ມີ​ເນື້ອ​ທີ່​ກ້ວາງ 4800 ຕາລາງ​ແມັດ.

  ​ເຂົ້າຮ່ວມ​ພິທີ​ເປ​ີດສະຫຼອງ​ມີ​ທ່ານ​ຫງວຽນ​ທ້ຽນ​ເຍິນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ; ທ່ານ​ເຈິ່ນດ້າຍກວາງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​, ພະ​ມະຫາ​ອາຈານ​ທິກ​ດຶກ​ງຽບ-​ຢູ່​ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ; ຜູ້ຕາງໜ້າ​ການ​ນຳ​ຄະນະ​ກຳມະການ ປຊຊ ​ແຂວງ​ນາມ​ດິ້ງ ພ້ອມ​ດ້ວຍ​ພະສົງ​ສາມະ​ເນັນ, ພຸດທະສາສະ​ນິກກະ​ຊົນ, ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ./.

ຂ່າວ/ບົດ​ອື່ນ