ເປີດສະຫຼອງສູນປ່ຽນແປງໃໝ່ປະດິດຄິດສ້າງ IoT ແຫ່ງທຳອິດຢູ່ ຫວຽດນາມ

(VOVWORLD) -  ສູນປ່ຽນແປງໃໝ່ປະດິດຄິດສ້າງກ່ຽວກັບເຄືອຂ່າຍເຊື່ອມຕໍ່ອິນເຕີແນັດ (IoT) ໄດ້ຮັບການສ້າງຕັ້ງໂດຍອີງໃສ່ບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມໃນວັນທີ 28 ພະຈິກ 2018 ລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ບໍລິສັດ Ericsson (ຊູແອັດ), ເປັນການສ້າງຂີດໝາຍ 50 ປີແຫ່ງການພົວພັນທາງການທູດລະຫວ່າງ ຊູແອັດ ແລະ ຫວຽດນາມ.
ເປີດສະຫຼອງສູນປ່ຽນແປງໃໝ່ປະດິດຄິດສ້າງ IoT ແຫ່ງທຳອິດຢູ່ ຫວຽດນາມ - ảnh 1 ພິທີເປີດສະຫຼອງສູນປ່ຽນແປງໃໝ່ປະດິດຄິດສ້າງກ່ຽວກັບອິນເຕີແນັດສັດສິ່ງ (ພາບ: VGP)

ສູນປ່ຽນແປງໃໝ່ປະດິດຄິດສ້າງກ່ຽວກັບເຄືອຂ່າຍເຊື່ອມຕໍ່ອິນເຕີແນັດ (IoT Innovation Hub) ຢູ່ເຂດເຕັກໂນໂລຊີສູງ ຮ່ວາລາກ, ຮ່າໂນ້ຍ, ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການນັບແຕ່ວັນທີ 10 ເມສາ. ທ່ານ ບູຍເທ໊ຢຸຍ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ເນັ້ນໜັກວ່າ:

        “ສູນປ່ຽນແປງໃໝ່ປະດິດຄິດສ້າງກ່ຽວກັບ IoT ໄດ້ຮັບການສ້າງຕັ້ງດ້ວຍການໜູນຊ່ວຍຂອງ Ericsson ດ້ວຍເປົ້າໝາຍກາຍເປັນສູນປ່ຽນແປງໃໝ່ປະດິດຄິດສ້າງ, ເຊື່ອມຕໍ່ບັນດາມະຫາວິທະຍາໄລກັບບັນດາສະຖາບັນຄົ້ນຄວ້າ ແລະ ວິສາຫະກິດ. ຊຸກຍູ້ການບຳລຸງສ້າງ, ແນະນຳບັນດາກຸ່ມຄົ້ນຄວ້າ ແລະ ບັນດານັກສຶກສາ ນັບແຕ່ບັນດາຄວາມຮູ້ໃໝ່ສຸດກ່ຽວກັບເຕັກໂນໂລຊີຫຼ້າສຸດ ແລະ ຈາກນັ້ນ ມີການໜູນຊ່ວຍ, ສ້າງຕັ້ງບັນດາກຸ່ມເພື່ອປະດິດສ້າງຜະລິດຕະພັນ, ສ້າງຕັ້ງບັນດາວິສາຫະກິດເລີ່ມທຸລະກິດ ຮຽກຮ້ອງບັນດານັກລົງທຶນ ແລະ ບັນດາວິສາຫະກິດໃຫຍ່ພັດທະນາບັນດາໂປແກຼມ IoT ໃນຂົງເຂດກະສິກຳ, ນະຄອນອັດສະລິຍະ.”

        ສູນປ່ຽນແປງໃໝ່ປະດິດຄິດສ້າງກ່ຽວກັບເຄືອຂ່າຍເຊື່ອມຕໍ່ອິນເຕີແນັດ (IoT) ໄດ້ຮັບການສ້າງຕັ້ງໂດຍອີງໃສ່ບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມໃນວັນທີ 28 ພະຈິກ 2018 ລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ບໍລິສັດ Ericsson (ຊູແອັດ), ເປັນການສ້າງຂີດໝາຍ 50 ປີແຫ່ງການພົວພັນທາງການທູດລະຫວ່າງ ຊູແອັດ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ