ເປີດສະຫຼອງສຳນັກງານສະມາຄົມໃຫ່ຍຊາວ ຫວຽດນາມ ອາໄສຢູ່ໄທ

ເປີດສະຫຼອງສຳນັກງານສະມາຄົມໃຫ່ຍຊາວ ຫວຽດນາມ ອາໄສຢູ່ໄທ - ảnh 1
ເປີດ​ສະຫຼອງສຳນັກງານ​ສະມາຄົມ​ໃຫ່ຍຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ​
(ພາບ: baomoi.com)

(vovworld)- ​ພິທີເປີດ​ສະຫຼອງສຳນັກງານ​ສະມາຄົມ​ໃຫ່ຍຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ​ໄດ້​ຖືກ​ຈັດ​ຂຶ້ນ​ໃນຕອນເຊົາວັນ​ທີ 24/1, ຢູ່​ນະຄອນ​ຊາກ​ອນ ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ໄທ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ກ່ວາ 2000 ຄົນ ​ແລະ ບັນດາ​ເຈົ້າໜ້າ​ທີ່​ຕາງໜ້າ​ໃຫ້​ລັດຖະບານ​ສອງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຊີ້​ແຈງ​ວ່າ:

   “​ສຳນັກງານ​ສະມາຄົມ​ໃຫ່ຍຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ຢ່າງ​ເປັນ​ທາງ​ການ ​ສະ​ແດງ​ໃຫ້​ເຫັນ​ນ້ຳໃຈ​ສາມັກຄີ​ມິດຕະພາບ, ສາຍ​ພົວພັນ​ອັນ​ສະໜິດ​ແໜ້ນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽ​ດນາມ ​ແລະ ​ໄທ ຊື່​ງພວມ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ. ພວກ​ຂ້າພະ​ເຈົ້າປາດ​ຖະໜາ​ວ່າ ປະ​ຊາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ຈະ​ແມ່ນ​ປະຊາ​ຄົມເປັນແບບຢ່າງທີ່​ດີ​ເດັ່ນ​ໃຫ້​ແກ່​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​​ປະ​ເທດ​ຕ່າງໆ​ໃນ​ໂລກ. ​ສະມາຄົມ​ໃຫ່ຍຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ​ແລະ ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ຈະ​ແມ່ນ​ແບບຢ່າງ​ດີ​ເດັ່ນ​ເພື່ອ​ໃຫ້​ພວກເຮົາ​ຈັດຕັ້ງ ​ແລະ ພັດທະນາສະມາຄົມ​ຊາວ​ຫວຽດນາມ ອາໄສຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ“

   ຕາງໜ້າ​ໃຫ້​ລັດຖະບານ​ໄທ, ທ່ານ ສຸ​ວັດ ຕາ​ນີພັນ​ ຜູ້​ຊ່ວຍ​ວຽກ​ໃຫ້​ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ​ໄທ ​ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ການ​ປະກອບສ່ວນ​ຂອງຊາຫວຽດນາມ ອາ​ໄສ​ຢູ່​ໄທ​ ​ແລະ ຖືວ່າການ​ສ້າງຕັ້ງ​ສຳນັກງານ​ສະມາຄົມ​ໃຫ່ຍຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ຈະ​ສ້າງ​ເງື່ອ​ນໄຂອຳນວຍ​ຄວາມ​ສະດວກ​ກ່ວາ​ອີກ ​ເພື່ອ​ໃຫ້ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ປະກອບສ່ວນ​ທີ່​ມີ​ປະ​ໂຫຍ​ດກ່ວາ​ອີກ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ໄທ ກໍ່​ຄື​ພ້ອມ​ກັນ​ສ້າງສາ​ຍພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ