ເປີດສະຫຼອງຫໍພິພິດຕະພັນວັດທະນະທຳພຸດທະສາສະໜາແຫ່ງທຳອິດຢູ່ຫວຽດນາມ

ເປີດສະຫຼອງຫໍພິພິດຕະພັນວັດທະນະທຳພຸດທະສາສະໜາແຫ່ງທຳອິດຢູ່ຫວຽດນາມ - ảnh 1
ຫໍ​ພິ​ພິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ພຸດ​ທະ​ສາ​ສະ​ໜາ​ແຫ່ງ​ທຳ​ອິດ​ຢູ່​ຫວຽດ​ນາມ
(ພາບ: dantri)


(vovworld) - ​ຫໍ​ພິ​ພິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ພຸດ​ທະ​ສາ​ສະ​ໜາ​ແຫ່ງ​ທຳ​ອິດ​ຢູ່​ຫວຽດ​ນາມ ໄດ້​ເປີດ​ສະ​ຫຼອງ​ໃນ​ວັນ​ທີ 24/12, ຢູ່​ວັດ ກ໋​ວານ​ເທ໋​ເອີມ (ເຈົ້າ​ແມ່ກວນ​ອິນ), ເມືອງ ງູ້​ແຮ່ງ​ເຊີນ, ນະ​ຄອນ​ດ່ານັ້ງ. ຫໍ​ພິ​ພິດ​ຕະ​ພັນ​ວັດ​ທະ​ນະ​ທຳພຸດ​ທະ​ສາ​ສະ​ໜາ ໄດ້​ຮັບ​ການ​ລົງ​ທຶນກໍ່​ສ້າງ ດ້ວຍ​ຈຳ​ນວນ​ເງິນກວ່າ 6 ຕື້​ດົ່ງ; ມີເນື້ອ​ທີ່​ວາງ​ສະ​ແດງ​ແມ່ນ 500 ຕາ​ແມັດ, ຕິດ​ກັບວັດ ກ໋​ວານ​ເທ໋​ເອີມ ດ້ວຍ​​ເນື້ອ​ທີ່ກໍ່​ສ້າງ​ທັງ​ໝົດ​ແມ່ນກວ່າ 7.000 ຕາ​ແມັດ, ​ເຊິ່ງນອນ​ໃນ​ກຸ່ມ​ເຂດ​ທັດ​ສະ​ນີ​ຍະ​ພາບແຫ່ງ​ຊາດ ງູ້​ແຮ່ງ​ເຊີນ. ​ວັດ​ຖຸ​ພັນ​ເກືອບ 300 ຢ່າງ​​ທີ່​ວາງ​ສະ​ແດງ​ຢູ່​ຫໍ​ພິ​ພິດ​ຕະ​ພັນ ​ແມ່ນ​ໄດ້​ເຕົ້າ​ໂຮມ, ສະ​ສົມມ​າ​ເປັນ​ເວ​ລາ 20 ປີນັ້ນ, ໄດ້​​ສະ​ທ້ອ​ນ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ແລະ ບາງ​ປະ​ເທດ​ອາ​ຊີ ອື່ນ.

      ເລື່ອງ​ສ້າງຕັ້ງຫໍ​ພິ​ພິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ພຸດ​ທະ​ສາ​ສະ​ໜາ​ ໄດ້​ຊ່ວຍ​ຮັກ​ສາ​ບຸ​ລະ​ນະ​ບັນ​ດາວັນ​ຖຸ​ບູ​ຮານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ​ມ​ີຄຸນ​ຄ່າ​ພິ​ເສດ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ພຸດ​ທະ​ສາ​ສະ​ໜາ​​ນະ​ຄອນ​ດ່ານັ້ງ ເວົ້າ​ສະ​ເພາະ ແລະ ຂອງ​ຫວຽດ​ນາມ ເວົ້າ​ລວ​ມ.

ຂ່າວ/ບົດ​ອື່ນ