(ພາບປະກອບ)
(vovworld) - ລະດູທ່ອງທ່ຽວທະເລປີ 2013 ດ້ວຍຫົວຂໍ້ວ່າ “ທະເລ ເກືອລໍ່ ເຊື້ອເຊີນ” ຖືກໄຂຂຶ້ນໃນຕອນຄໍ່າວັນທີ 30/04, ຢູ່ເທດສະບານ ເກືອລໍ່, ແຂວງ ເຫງະອານ. ໃນຕະຫຼອດລະດູທ່ອງທ່ຽວປີ 2013, ເກືອລໍ່ຈະຈັດການເຄື່ອນໄຫວຕ່າງໆທີ່ດູດດື່ມ, ເຂັ້ນຂົ້ນໄປດ້ວຍສີສັນວັດທະນະທຳເຂດທະເລເພື່ອດຶງດູດນັກທ່ອງທ່ຽວຄື: ພາຍເຮືອກະຈາດອອກທະເລຕຶກປາມືກ, ຢ້ຽມຢາມບັນດາເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳທີ່ມີຊື່ສຽງຢູ່ ເກືອລໍ່ ແລະ ເຂດອ້ອມຂ້າງ, ບັນດາໝູ່ບ້ານຊາວປະມົງ, ໝູ່ບ້ານອາຊີບປຸງແຕ່ງສິນໃນນ້ຳ, ຮັບປະທານອາຫານທະເລ... ໃນຂະນະນັ້ນ, ຢູ່ນະຄອນຫາຍປ່ອງ, ງານມະໂຫລານທ່ອງທ່ຽວທະເລ ໂດເຊີນເຊື້ອເຊີນປີ 2013 ກໍຖືກໄຂຂຶ້ນຢ່າງເປັນທາງການ, ແຕ່ວັນທີ 28/04 – 06/05 ດ້ວຍບັນດາການເຄື່ອນໄຫວທີ່ດູດດື່ມຄື: ການແຂ່ງຂັນກອບ ເປີດກວ່າງ ດ້ວຍການເຂົ້າຮ່ວມຂອງນັກກິລາກວ່າ 100 ຄົນ, ການຊ່ວງເຮືອມັງກອນຢູ່ທະເລ ແລະ ສະແດງໂດດຈ້ອງ; ແຂ່ງຂັ້ນຕຶກປາຢູ່ທະເລ ແລະ ງານຕະຫຼາດນັດການຄ້າ ເພື່ອແນໃສ່ໂຄສະນາ, ແນະນຳບັນດາຜະລິດຕະພັນຂອງທະເລ.