ພິທີຕ້ອນຮັບທ່ານປະທານາທິບໍດີ ອຽກລັງ Michael Daniel Higgins
(ພາບ: ສຳນັກຂ່າວສານ ຫວຽດນາມ)
|
(vovworld) – ທ່ານປະທານາທິບໍດີ ອຽກລັງ Michael Daniel Higgins ແລະ ພັນລະຍາມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ແຕ່ວັນທີ 5 – 14/11. ຕອນເຊົ້າວັນທີ 7/11, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບ ທ່ານປະທານາທິບໍດີ ອຽກລັງ Michael Daniel Higgins ຢ່າງເປັນທາງການ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເຈລະຈາກັບ ທ່ານປະທານາທິບໍດີ Michael Daniel Higgins. ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານາທິບໍດີ Michael Daniel Higgins ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.
ຕອນເຊົ້າວັນທີ 8/11, ທ່ານປະທານາທິບໍດີ Michael Daniel Higgins ໄດ້ໄປວາງພວງມາລາຢູ່ອະນຸສາວະລີອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ມີການໂອ້ລົມກັບນັກສຶກສາມາຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ. ຕອນບ່າຍວັນທີ 8/11, ທ່ານປະທານາທິບໍດີ Michael Daniel Higgins ຈະພົບປະ ກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ເຂົ້າຢ້ຽມຂຳ່ນັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ. ໃນລາຍການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ທ່ານປະທານາທິບໍດີ Michael Daniel Higgins ຈະໄປຢ້ຽມຢາມບັນດາໂຄງການຊອກຫາ, ທຳລາຍລູກລະເບີດ ແລະ ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກໂດຍ ອາຍແລນ ອຸປະຖຳຢູ່ ເຫ້ວ ແລະ ກວາງຈີ້, ຢ້ຽມຢາມນະຄອນ ໂຮ່ຈີມິນ, ອ່າວ ຮ້າລອງ, ແຂວງ ກວາງນີງ.
ຕາມກະຊວງການຕ່າງປະເທດແລ້ວ, ການຢ້ຽມຢາມຂັ້ນສູງນີ້ເພື່ອແນໃສ່ເປັນຂີດໝາຍ 20 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອຽກລັງ (1996- 2016) ແລະ ເປີດໄລຍະພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ.