ເປັນຄັ້ງທຳອິດແຂວງລາຍເຈົາຈັດຕັ້ງວັນບຸນວັດທະນະທຳຊົນເຜົ່າຜູ້ໄທ

ເປັນຄັ້ງທຳອິດແຂວງລາຍເຈົາຈັດຕັ້ງວັນບຸນວັດທະນະທຳຊົນເຜົ່າຜູ້ໄທ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ບຸນ​ວັ​ດ​ທ​ະ​ນະ​ທຳ​ຊົນ​ເຜົ່າ​ຜູ້​ໄທຄັ້ງ​ທີ​ໜຶ່ງ, ປີ 2014, ຢູ່​ແຂວງ​ລາຍ​ເຈົາ ດ້ວຍ​ຫົວ​ຂໍ້​ວ່າ: “ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຜູ້​ໄທ ໃນ​ໄລ​ຍະ​ເຊື່ອມ​ໂຍງ ແລະ​ ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ” ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ 3 ມື້​ແຕ່​ວັນ​ທີ 27 – 29/12. ວັນ​ບຸນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ແຂວງ​ຄື: ດ້ຽນ​ບຽນ, ຮ່​ວາ​ບິ່ງ, ເຊີນ​ລາ, ລາວ​ກາຍ, ອຽນ​ບ໋າຍ… ແລະ ບາງ​ແຂວງ​ຂອງ​ປະ​ເທດ​ລາວ, ຈີນ. ວັນ​ບຸນ​ລວມ​ມີບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະມະ​ຫາ​ຊົນ, ສະ​ແດງ​ຊຸດ​ອາ​ພອນ​ໄທ, ແນະ​ນຳ​ບັນ​ດາ​ງານ​ບຸນ, ພິ​ທີ​ການ… ຂອງ​ຊາວ​ເຜົ່າ​ຜູ້​ໄທ, ພ້ອມ​ກັບ​ລາຍ​ການ​ທ່ອງ​ທ່ຽວ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ບໍ​ລິ​ເວນ​ແຂວງ ເຊີ​ນ​ລາ. ໃນ​ຂອບ​ເຂດ​ຂອງ​ວັນ​ບຸນ​ຍັງ​ມີ​ງານ​ວາງ​ສະ​ແດງ​ຕ່າງໆ​ອີກ​ດ້ວຍ.


ຂ່າວ/ບົດ​ອື່ນ