ເປັນເອກະພາບການຄຸ້ມຄອງ,ປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດລະຫວ່າງແຂວງກວາງຈີ້ ແລະແຂວງສະຫວັນນະເຂດ,ສາລາວັນ

(VOVWORLD) -ວັນທີ 25 ທັນວາ, ຢູ່ເທດສະບານເມືອງລາວບາວ, ເມືອງ ເຮື໊ອງຮ໊ວາ, ແຂວງກວາງຈີ້, ໄດ້ດຳເນີນກອງປະຊຸມມອບຮັບແບບແຕ້ມແຜນວາດສະບັບສົມບູນ ແລະ ການແບ່ງໜ້າທີ່ຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດລະຫວ່າງແຂວງກວາງຈີ້ (ຫວຽດນາມ) ແລະ 2 ແຂວງ ສະຫວັນນະເຂດ, ແຂວງ ສາລະວັນ (ລາວ).

ເປັນເອກະພາບການຄຸ້ມຄອງ,ປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດລະຫວ່າງແຂວງກວາງຈີ້ ແລະແຂວງສະຫວັນນະເຂດ,ສາລາວັນ - ảnh 1ລົງນາມເປັນເອກະພາບຕໍ່ການຈັດແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດ ພາຍຫຼັງການກໍ່ສ້າງສຳເລັດ

(ພາບ: baoquangtri.vn)

ທີ່ກອງປະຊຸມ, ການນຳແຂວງກວາງຈີ້ ແລະ 2 ແຂວງ ສະວັນນະເຂດ, ແຂວງ ສາລະວັນ ໄດ້ລົງນາມເປັນເອກະພາບຕໍ່ການຈັດແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດ ພາຍຫຼັງການກໍ່ສ້າງສຳເລັດ. ແຂວງກວາງຈີ້ ດຳເນີນການມອບຮັບແບບແຕ້ມແຜນວາດສະບັບສົມບູນຂອງກິດຈະກຳບັນດາກິດຈະກຳກໍ່ສ້າງຫຼັກໝາຍຊາຍແດນແຫ່ງຊາດ, ເສົາຂີດຂັ້ນ, ແນວປ້ອງກັນຫຼັກໝາຍໃຫ້ແຂວງ ສະຫວັນນະເຂດ, ແຂວງ ສາລະວັນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງກວາງຈີ້ ຮ່າຊີ້ດົງ, ເນັ້ນໜັກວ່າ, ແຜນການປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ - ລາວ ແມ່ນກິດຈະກຳສຳຄັນ, ມີຄວາມໝາຍພິເສດທາງດ້ານຄວາມໝັ້ນຄົງ, ການເມືອງ, ເສດຖະກິດ, ສັງຄົມຂອງ 2 ປະເທດຫວຽດນາມ - ລາວ, ກ່ຽວຂ້ອງເຖິງອຳນາດອະທິປະໄຕຜືນແຜ່ນດິນຂອງແຕ່ລະປະເທດ, ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕໍ່ໜ້າເທົ່ານັ້ນ, ຫາກຍັງໃນໄລຍະຍາວອີກດ້ວຍ. ພາຍຫຼັງມອບຮັບແບບແຕ້ມແຜນວາດສະບັບສົນບູນ ແລະ ແບ່ງໜ້າທີ່ຄວາມຮັບຜິດຊອບໃນການຄຸ້ມຄອງປົກປັກຮັກວສາຫຼັກໝາຍຊາຍແດນແຫ່ງຊາດແລ້ວ, ບັນດາແຂວງໄດ້ມອບໃຫ້ກຳລັງຄຸ້ມຄອງຊາຍແດນ, ຕັ້ງໜ້າສົມທົບກັນໃນການລາດຕະເວນ, ປ້ອງກັນຫຼັກໝາຍຊາຍແດນແຫ່ງຊາດໃຫ້ມີຄວາມປອດໄພ ແລະ ຢູ່ໃນສະພາບເດີມ, ເພື່ອແນໃສ່ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ