ເປົົ້າໝາຍຮອດທ້າຍປີ 2025, ສ້າງຕັ້ງອົງການເສດຖະກິດລວມໝູ່ໃໝ່ໃຫ້ໄດ້ 10.000 ແຫ່ງ

(VOVWORLD) -  ເສດຖະກິດລວມໝູ່, ແກ່ນສານແມ່ນສະຫະກອນ ແລະ ໜ່ວຍຮ່ວມມື, ແມ່ນພາກສ່ວນເສດຖະກິດທີ່ມີບົດບາດອັນໃຫຍ່ຫລວງ, ມີຄວາມໝາຍຮອບດ້ານກ່ຽວກັບການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຂອງປະເທດຊາດ.
ເປົົ້າໝາຍຮອດທ້າຍປີ 2025, ສ້າງຕັ້ງອົງການເສດຖະກິດລວມໝູ່ໃໝ່ໃຫ້ໄດ້ 10.000 ແຫ່ງ - ảnh 1 ເວທີປາໄສເສດຖະກິດຮ່ວມມື, ສະຫະກອນປີ 2020 (ພາບ: TTXVN)

  ວັນທີ 11 ທັນວາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈີ້ງດີງຢຸງ ໄດ້ເປັນປະທານເວທີປາໄສເສດຖະກິດຮ່ວມມື, ສະຫະກອນປີ 2020 ດ້ວຍຫົວຂໍ້ວ່າ “ຮ່ວມສຳພັນ, ຮ່ວມມືພ້ອມກັນພັດທະນາ - ທ່າອ່ຽງເຊື່ອມໂຍງສາກົນ ແລະ ຍຸກສະໄໝການປະຕິວັດອຸດສາຫະກຳ 4.0”. ນີ້ແມ່ນເວທີປາໄສພົບປະເຈລະຈາລະຫວ່າງລັດຖະບານ ແລະ ປະຊາຄົມຂົງເຂດເສດຖະກິດລວມໝູ່, ສະຫະກອນ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢຸງ ຢັ້ງຢືນວ່າ: ເສດຖະກິດລວມໝູ່, ແກ່ນສານແມ່ນສະຫະກອນ ແລະ ໜ່ວຍຮ່ວມມື, ແມ່ນພາກສ່ວນເສດຖະກິດທີ່ມີບົດບາດອັນໃຫຍ່ຫລວງ, ມີຄວາມໝາຍຮອບດ້ານກ່ຽວກັບການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຂອງປະເທດຊາດ.

        ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢຸງ ໄດ້ຮຽກຮ້ອງວ່າ ຄວນສືບຕໍ່ສ້າງກອບນິຕິກຳ, ກົນໄກນະໂຍບາຍທີ່ກ່ຽວຂ້ອງເຖິງເສດຖະກິດລວມໝູ່, ສະຫະກອນໃຫ້ສົມບູນແບບ. ເປົ້າໝາຍລະອຽດແມ່ນຮອດທ້າຍປີ 2025 ແມ່ນສ້າງຕັ້ງອົງການເສດຖະກິດລວມໝູ່ໃໝ່ໃຫ້ໄດ້ 10.000 ແຫ່ງ ເຊິ່ງລວມມີສະຫະກອນ, ສະຫະພັນສະຫະກອນ, ໜ່ວຍຮ່ວມມື.  

ຕອບກັບ

ຂ່າວ/ບົດ​ອື່ນ