ເພີ່ມທະວີການກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ

ເພີ່ມທະວີການກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1
(ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon)

(vovworld) –​ ວັນ​ທີ 08/03, ບັນ​ດາ​ເຈ​ົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຈ​ັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ແມ່​ຍິງ​ສາ​ກົນ 08/03 ດ້ວຍ​ຄຳ​ຮ​ຽກ​ຮ້ອງ “ເພີ່ມ​ທະ​ວີ​ການ​ກະ​ທຳ” ດ້ວຍ​ເລື່ອງ​ສະ​ຫງວ​ນ​ແຫຼ່ງ​ກຳ​ລັງ ແລະ ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງກວ່າ​ອີກ ເພື່ອ​ບັນ​ລຸ​ໄດ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ​ງ - ຊ​າຍ ໃນ​ປ​ີ 2030. ໃນ​ສານ​ເນື່ອງ​ໃນ​ໂອ​ກາດ​ວັນ​ທີ 08/03, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon ເນັ້ນ​ໜັກ​ວ່າ, ຍັງ​ມີ​ແມ່​ຍິງ ແລະ ເດັກ​ຍິງ​ຫຼາຍ​ຄົນ​ຖືກ​ເສຍ​ສິດ​ພື້ນ​ຖານ​​ຫຼາຍ​ຢ່າງຂອງ​ມະ​ນຸດ​. ​ຫົວ​ໜ້າ​ສະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງ​ສະ​ຫງວນ​ບັນ​ດາ​ແຫຼ່ງ​​ກຳ​ລັງ​ດ້ານ​ການ​ເງິນ​ຢ່າງ​ແຮງ, ​ມີຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ເພື່ອ​ບັນ​ລຸ​ໄດ​້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ໃນ​ທົ່ວ​ໂລກ ແລະ ຢື​ນ​ຢັນ​ວ່ານັ້​ນ​ແມ່ນ​ການ​ລົງ​ທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ​ໃຫ້​ອະ​ນ​າ​ຄົດ. ຫົວ​ຂໍ້​ຂອງວັນ​ແມ່​ຍິງ​ສາ​ກົນ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ປີ 2016 ແມ່​ນ “ຮອດ​ປີ 2030 ​ໜ່ວຍໂລກ 50 – 5: ເພີ່​ມ​ທະ​ວີ​ການ​ກະ​ທຳ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ”. ປີ 2030 ແມ່ນ​ປີິ​ສຸດ​ທ້າຍ​ຕ້ອ​ງ​ບັນ​ລຸ​ໄດ້​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ສະ​ຫັດ​ສ​ະ​ວັດ​ແບບ​ຍືນ​ຍົງ, ໃນ​ນັ້ນ​ລວ​ມ​ທັງ​ບັນ​ດ​າ​ຈຸດ​ໝາຍ​ເພິີມ​ທະ​ວີ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ແລະ ມອບ​ສິດ​ໃຫ້​ແມ່​ຍິງ ແລະ ເດັກ​ຍິງ​ທຸກ​ຄົນ…

ຂ່າວ/ບົດ​ອື່ນ