ເພີ່ມທະວີການຊີ້ນຳນຳພາແລະຄວາມສາມັກຄີ,ເປັນເອກະພາບໃນພັກກອມມູນິດຫວຽດນາມ

ເພີ່ມທະວີການຊີ້ນຳນຳພາແລະຄວາມສາມັກຄີ,ເປັນເອກະພາບໃນພັກກອມມູນິດຫວຽດນາມ - ảnh 1
ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4
ພາບ:chinhphu.vn

(vovworld)- ​ວັນ​ທີ 30/10, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້​ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການກໍ່​ສ້າງ, ປັບ​ປຸງ​ພັກ; ສະ​ກັດກັ້ນ, ຍູ້​ການ​ເສື່ອມ​ທາດ​ຂາດ​ຄຸນກ່ຽວ​ກັບ​ດ້ານ​ແນວ​ຄິດ, ຄຸ​ນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ບັນ​ດາ​ປະ​ກົດ​ການ “ຜັນ​ແປ​ດ້ວຍ​ຕົນ​ເອງ”, “ການ​ຫັນ​ປ່​ຽ​ນ​ດ້ວຍ​ຕົນ​ເອງ” ພາຍ​ໃນ​ພັກ​ໃຫ້​ຖອຍ​ໄປ. ມະ​ຕິ ເພື່ອ​ແກ້​ໄຂ​ບັນ​ດາ​ຄວາມ​ອ່ອນ​ດ້ອຍ​ໃນ​ວຽກ​ງານ​ພະ​ນັກ​ງານ ແລະ ຄຸ້ມ​ຄອງ​ພະ​ນັກ​ງານ; ສ້າງ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ,ເປັນ​ຕົ້ນ​ແມ່ນ​ພະ​ນັກ​ງາ​ນ​ການ​ນຳ, ຄຸ້ມ​ຄອງ​​ທຸກ​ຂັ້ນ​​ໃຫ້ມີ​ຄຸນ​ນະ​ທາດ​​ດ້ານການ​ເມືອງ​ຢ່າງ​ໝັ້ນ​ແກ່ນ, ມີ​ຄຸນ​ສົມ​ບັດ, ຄວາມ​ຮັບ​ຜິດ​ຊອບ, ກຳ​ລັງ​ຄວາມ​ສາ​ມາດ.ມະ​ຕິ​ກໍ​ຊີ້​ແຈ້ງວ່າ​ວ່າ: ຕ້ອງ​ສຸມ​ໃສ່​ການ​ຊີ້​ນຳ​ນຳ​ພາ,   ​ຍົກ​ສູງຄວາມ​ຮັບ​ຮູ້​ໃນ​ທົ່ວ​ພັກ​ກ່ຽວ​ກັບ​ຄວາມ​ໝາຍ, ບົດ​ບາດ, ຄວາມ​ສຳ​ຄັນ ແລະ ຄວາມ​ຈຳ​ເປັນ​ຂອງ​ການ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ, ໝູນ​ໃຊ້​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ພັດ​ທະ​ນາ​ລັດ​ທິ ມາກ​ເລ​ນີນ, ແນວ​ຄິດ​ໂຮ່​ຈິ​ມີນ. ມະ​ຕິ ກໍ​ຮຽກ​ຮ້ອງ ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ, ອົງ​ການ​ຄຸ້ມ​ຄອງ​ສື່ມວນ​ຊົນ​ໃນ​ວຽກ​ງານ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ການ​ເສື່ອມ​ທາດ​ຂາດ​ຄຸນ, ອາດ​ຍາ​ສິດ, ການ​ສໍ້​ຫລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ, ການ​ຫຍໍ້​ທໍ້ “ການຜັນ​ແປ​ດ້ວຍ​ຕົນ​ເອງ”, “ການ​ຫັນ​ປ່​ຽ​ນ​ດ້ວຍ​ຕົນ​ເອງ”. ມະ​ຕິ​ກໍ​ຮຽກ​ຮ້ອງ​ການ​ນຳ, ສະ​ມາ​ຊິກ​ພັກ​ຢູ່​ທຸກ​ຂັ້ນ​ເປັນ​ເຈົ້າ​ການ​ໃນ​ການ​ກະ​ກຽມ​ບັນ​ດາ​ວິ​ທີ​ການ, ມາດ​ຕະ​ການ​ລະ​ອຽດ, ໃກ້​ຊິດ​ຕິດ​ແທດ​ກັບ​ສະ​ພາບ​ການ, ສ້າງ​ທິດ​ສະ​ດີ​ອັນ​ແຫລມ​ຄົມ​ເພື່ອ​ຕໍ່​ສູ້, ຄ​ັດ​ຄ້ານ​ ບັນ​ດາ​ທັດ​ສະ​ນະ​ຜິດ​ພາດ, ຖ​້ອຍ​ທຳ​ນອງ​ເສກ​ສັນ​ປັ້ນ​ແຕ່ງ​ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງ​ເປັນ​ປໍ​ລະ​ປັກ, ປະ​ຕິ​ການ, ພວກ​ສວຍ​ໃຊ້​ໂອ​ກາດ ແລະ ຂັດ​ເຄືອງ​ດ້ານ​ການ​ເມືອງ​ຕ້າ​ນ​ທຳ​ລາຍ​ພັກ, ລັດ ແລະ ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ມູນ​ເຊື້ອ​ປະ​ຕິ​ວັດ​ອັນ​ສະ​ຫງ່າ​ລາ​ສີ ແລະ ​ທາດແທ້​ອັນ​ດີ​ງາມ​ຂອງ​ພັກ,  ​ສະ​ຕິ​ລະ​ວັງ​ຕົວຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ, ແບບ​ຢ່າງ​ຂອງ​ການ​ນຳ, ຫົວ​ຫນ້າ​ທຸກ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ແລະ ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະ​ຫນັບ​ສະ​ຫນູນ​ຈາກ​ປະ​ຊາ​ຊົນ, ແນ່ນອນ​ວ່າ ທົ່ວ​ພັກ ຈະ​ປະ​ຕິ​ບັດ​ຄາດ​ໝາຍ, ຫນ້າ​ທີ່​ຂອງ​ມະ​ຕິ​ຢ່າງ​ມີ​ໄຊ​ເພື່ອ​ໃຫ້​ພັກ​ກອມ​ມູ​ນິດ​ຫວຽດ​ນາມ  ມີ​ຄວາມໝັ້​ນ​ຄົງ​ເຂັ້ມ​ແຂງ​ດ້ານ​ການ​ເມືອງ ແລະ ແນວ​ຄິດຢ່າງ​ແທ້​ຈິງ, ​ມີ​ຄວາມເປັນ​ເອ​ກະ​ພາບ​ສູງ​ກ່ຽວ​ກັບ​ເຈດ​ຈຳ​ນົງ ແລະ ການ​ກະ​ທຳ, ມີ​ຄວາມ​ປອດ​ໃສ​ກ່ຽວ​ກັບ​ຄຸນ​ສົມ​ບັດ ແລະ ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ການ​ຈັດ​ຕັ້ງ​ຢ່າງ​ເຄັ່ງ​ຄັດ, ມີ​ກຳ​ລັງແຮງ​ຢ່າງ​ພຽງ​ພໍ​ເພື່ອ​ນຳ​ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດ​ທະ​ນາ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ