ເພີ່ມທະວີິການປ້ອງກັນຕ້ານອາກາດໜາວໃຫ້ຄົນເຈັບຢູ່ບັນດາຮາກຖານກວດປິນປົວພະຍາດ

ເພີ່ມທະວີິການປ້ອງກັນຕ້ານອາກາດໜາວໃຫ້ຄົນເຈັບຢູ່ບັນດາຮາກຖານກວດປິນປົວພະຍາດ - ảnh 1
(ພ​າບ​ປະ​ກອບ)

(vovworld) –​ ​ ​ໃນ​ຊຸມ​ວັນ​ນີ້ິ, ອາ​ກາດ​ຢູ່​ຫຼາຍ​ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​ຢູ່​ເຂດ​ພາກ​ເໜືອ​ຫວຽດ​ນາມ ໄດ້​ເກີດ​ອາ​ກາດ​ໜາວ​ຈັດ, ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່ ແລະ ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ. ຕໍ່​ໜ້າ​ສະ​ພາບ​ອາ​ກາດ​ຮ້າຍ​ແຮງ, ເພື່ອ​ຮັບ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ຮຽກ​ຮ້ອງ​ໃຫ້​ພະ​ແນກ​ສ​າ​ທາ​ລະ​ນະ​ສຸກ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຕ້ານ​ອາ​ກາດ​ໜາວ ໃຫ້​ຄົນ​ເຈັບ ໃນ​ວິ​ວັດ​ການກວດ, ປິນ​ປົວ​ພະ​ຍາດ​ຢູ່​ໂຮງ​ໝໍ. ໄປ​ຄຽງ​ຄູ່ກັບ​ການ​ຮັບ​ປະ​ກັນ​ສະ​ໜອງຢ​ຸກຢາ​ສຸກ​ເສີນ​, ຕຽງ​ນອນຄົນ​ເຈັບ, ກະ​ກຽມ​ບັນ​ດາ​ພາ​ຫະ​ນະສຸກ​ເສີນ​ຢ່າງ​ພຽງ​ພໍ ເພື່ອ​ແກ້​ໄຂ​ຢ່າງ​ທັນ​ການ​ບັນ​ດາກໍ​ລະ​ນີ​ສຸກ​ເສີມ​ຍ້ອນ​ອາ​ກາດ​ໜາວ​​ກໍ​ຂຶ້ນ. ບັນ​ດາ​ຮາກ​ຖານ​ສາ​ທາ​ລະ​ນະ​ສຸກ​ຕິດ​ຕ​າມ​ການ​ປ້ອງ​ກັນ​ຕ້ານ​ອາ​ກາດ​ໜາວ​ຢູ່​ບັນ​ດາ​ຮາກ​ຖານກວດ, ປິນ​ປົວ​ພະ​ຍາດ​ຢ່າງ​ແໜ້ນ​ແຟ້ນ, ລວບ​ລ​ວມ​​ຂໍ້​ມູນ​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ອາ​ກາດ​ໜາວ​ຈັດ ທີ່​ສົ່ງ​ຜົນ​ສະ​ທ້ອນ​ເຖິ​ງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ, ລາຍ​ງານ​ຕໍ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ກ່ຽວ​ກັບ​ການ​ຜັນ​ແ​ປ​ພິ​ເສດ ເພື່ອ​ໃຫ້​ການຊີ້​ນຳ​ຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ