ເພີ່ມທະວີການພົວພັນ ຫວຽດນາມ - ອາເມລິກາ

(VOVWORLD) - ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕີລາຄາສູງການປະກອບສ່ວນຂອງ ທ່ານ Daniel Kritenbrink ທີ່ມີຕໍ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຖານະຕຳແໜ່ງແມ່ນຜູ້ອຳນວຍການຮັບຜິດຊອບ ອາຊີ...

ໃນວັນທີ 26 ທັນວາ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ເຂົ້າຢ້ຽມຄຳນັບເນື່ອງໃນໂອກາດມາຮັບໜ້າທີ່ການທູດປະຈຳ ຫວຽດນາມ.

        ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕີລາຄາສູງການປະກອບສ່ວນຂອງ ທ່ານ Daniel Kritenbrink ທີ່ມີຕໍ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຖານະຕຳແໜ່ງແມ່ນຜູ້ອຳນວຍການຮັບຜິດຊອບ ອາຊີ ຂອງສະພາປ້ອງກັນຊາດປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາກ່ອນທີ່ເປັນເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ. ໂດຍຖືວ່າການຍູ້ແຮງການແລກປ່ຽນການຄ້າຈະມີຜົນປະໂຫຍດໃຫ້ປະຊາຊົນສອງປະເທດ, ທ່ານ ນາຍົກລັດຖະມົນຕີ ປາດຖະໜາວ່າ ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດນີ້. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ກໍ່ສະເໜີທ່ານ ເອກອັກຄະລັດຖະທູດ Daniel Kritenbrink ຊຸກຍູ້ການແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ຂົນຂວາຍລັດຖະບານ ອາເມລິກາ ຕັ້ງໜ້າໃນການແກ້ໄຂບັນດາບັນຫາເຊິ່ງຝ່າຍ ຫວຽດນາມ ຍົກອອກໃນການພົວພັນຮ່ວມມື. ທ່ານ ນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານ ຫວຽດນາມ ຈະມີຄວາມມານະພະຍາຍາມສົມທົບກັບຝ່າຍ ອາເມລິກາເພື່ອເພີ່ມທະວີການພົວພັນລະຫວ່າງສອງປະເທດກວ່າອີກ.

ສ່ວນທ່ານ ເອກອັກຄະລັດຖະທູດ Daniel Kritenbrink ເນັ້ນໜັກວ່າ ສຳລັບ ອາເມລິກາແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນຫາກຍັງຢູ່ໃນໂລກອີກດ້ວຍ. ເຫັນດີເປັນເອກະພາບກັບບັນດາຄຳເຫັນຂອງທ່ານ ນາຍົກລັດຖະມົນຕີ ຫວຽນຊວນຟູ໋ກ, ທ່ານ ເອກອັກຄະລັດຖະທູດ ປາດຖະໜາຢາກພ້ອມກັບ ຫວຽດນາມ ແກ້ໄຂບັນດາສິ່ງທ້າທ້າຍກໍ່ຄືກຳແໜ້ນບັນດາກາລະໂອກາດເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ