ເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືລະຫວ່າງນະຄອນຮ່າໂນ້ຍແລະນະຄອນເຊີແນວ
ທ່ານ ຫງວຽນເທ໋ຖາວ ແລະ ທ່ານນາງ Esther Alder
(ພາບ: ToUyen/TTXVn)
(vovworld) – ວັນທີ 15/9, ຄະນະປະຕິບັດງານນະຄອນ ຮ່າໂນ້ຍ ໂດຍທ່ານ ຫງວຽນເທ໋ຖາວ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ນຳໜ້າ, ໄດ້ມີການເຮັດວຽກກັບທ່ານນາງ Esther Alder ເຈົ້າຄອງນະຄອນ ເຊີແນວ, ປະເທດສະວິດ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືຫລາຍຮູບຫລາຍແບບລະຫວ່າງ ຮ່າໂນ້ຍ ກັບນະຄອນ ເຊີແນວ. 2 ຝ່າຍ ໄດ້ແລກປ່ຽນບັນດາບົດຮຽນກ່ຽວກັບການຄຸ້ມຄອມຕົວເມືອງ, ຄົມມະນາຄົມຕົວເມືອງ, ພິເສດແມ່ນບັນຫາຮັກສາສິ່ງແວດລ້ອມ, ອະນຸລັກຮັກສາປູຊະນີຍະສະຖານວັດທະນະທຳເກົ່າແກ່. ທ່ານນາງ Esther Alderສະແດງຄວາມສົມໃຈເຖິງການຊຸກຍູ້ການຮ່ວມມືລະຫວ່າງ 2 ນະຄອນໃນສະພາວະ 2 ປະເທດກະກຽມສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີໜ້າ.
ກ່ອນໜ້ານັ້ນ, ຄະນະປະຕິບັດງານຂອງປະທານນະຄອນ ຮ່າໂນ້ຍ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫລວງ Bern ຂອງ ສະວິດ, ພົບປະເຈລະຈາກັບເຈົ້າຄອງ Bern . ຝ່າຍ ສະວິດ ປາດຖະໜາຢາກໃຫ້ການພົວພັນຮ່ວມມືຫລາຍຂົງເຂດລະຫວ່າງນະຄອນ ເຊີແນວ, ນະຄອນຫລວງ Bern ແລະ ນະຄອນຫລວງ ຮ່າໂນ້ຍ ພັດທະນາຍິ່ງກ່ວາອີກ.