ເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມແລະລາຊະອານາຈັກແບນຊິກ

ເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມແລະລາຊະອານາຈັກແບນຊິກ - ảnh 1
ທ່ານ ອ​ວາງ​ຈູ​ລຶວ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ
(ພາບອິນເຕີແນັດ)

(vovworld) –​ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ລາ​ຊະ​ອາ​ນາ​ຈັກ​ແບນ​ຊິກ ແລະ ສະ​ຫະ​ພາບ​ເອີ​ລົບ (EU)​ ​ລະ​ຫວ່າງວັນ​ທີ 25-29/6, ​ວັນ​ທີ 27/6, ທ່ານ ອ​ວາງ​ຈູ​ລຶວ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ ນາງ Isabelle Emmery, ຮອງ​ປະ​ທານ​ລັດ​ຖະ​ສະ​ພາ​ເຂດ Wallonie-Brussels. ທ່ານ ອ​ວາງ​ຈູ​ລຶວ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ໄດ້​ຢືນ​ຢັນ​ເຖິງ ​ນະ​ໂຍ​ບາຍສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ຂອງ​ຫວຽດ​ນາມ ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ແບນ​ຊິກ, ​ເຊິ່ງ​ແມ່ນຄູ່​ຮ່ວມ​ມື​ທີ່​ສຳ​ຄັນ ​ຂອງ​ຫວຽດ​ນາມ​ ໃນ EU. ທ່ານ ອ​ວາງ​ຈູ​​ລຶວ, ຮອງ​ປະ​ທານ​ສະ​ພາແຫ່ງ​ຊາດ​ ປາດ​ຖະ​ໜາ​ວ່າ: ລັດ​ຖະ​ສະ​ພາ ແລະ ລັດ​ຖະ​ບານ​ເຂດ Wallonie-Brussels ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ຮູບ​​ການ​ຮ່ວມ​ມືນີ້ ເພື່ອ​ປະ​ກອບ​ສ່ວນ​ພັດ​ທະ​ນາ​ພື້ນ​ຖານ​ການ​ສຶກ​ສາ​ ຂອງ​ຫວຽດ​ນາມ. ກ່ຽວ​ຂ້ອງ​ເຖິງ​ການ​ຮ່ວມ​ມື​ກັບ​ລັດ​ຖະ​ສະ​ພາ, ທ່ານ ອ​ວາງ​ຈູ​ລຶວ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາດ​ຖະ​ໜາ​ວ່າ: ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ລັດ​ຖະ​ສະ​ພາ​ເຂດ Wallonie-Brussels ກໍ່​ຄື​ລັດ​ຖະ​ສະ​ພາ​ສະ​ຫະ​ພັນ ຈະ​ສືບ​ຕໍ່​ພັດ​ທະ​ນາ, ເປັນ​ຂົວ​ຕໍ່ເພື່ອ​ໃຫ້​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ແບນ​ຊິກ ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.

ຂ່າວ/ບົດ​ອື່ນ