ເພີ່ມທະວີການພົວພັນຫວຽດນາມ - ໄນຈີເລຍ

(VOVWORLD) -  ພ້ອມທັງສະເໜີໃຫ້ສອງປະເທດ ຄວນເພີ່ມທະວີການພົວພັນຮ່ວມມື ໃນຂົງເຂດທີ່ຫວຽດນາມມີທ່າແຮງໃຫ້ຫຼາຍກວ່າອີກຄື ກະສິກຳ ແລະ ຂົງເຂດລ້ຽງປູກສິນໃນນ້ຳ


ວັນທີ 8 ກຸມພາ ຢູ່ນະຄອນຫຼວງ ອາບູຈາ ປະເທດໄນຈີເລຍ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳ ໄນຈີເລຍ ຟ້າມແອງຕ໋ວນ ໄດ້ຍື່ນສານຕາຕັ້ງຂອງປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ຕໍ່ທ່ານປະທານາທິບໍດີ ສາທາລະນະລັດ ສະຫະພັນ ໄນຈີເລຍ Muhammadu Buhari. ທີ່ການຕ້ອນຮັບພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານປະທານາທິບໍດີ Muhammadu Buhari ຕີລາຄາສູງບັນດາຜົນງານທີ່ຫວຽດນາມບັນລຸໄດ້ໃນພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ, ພ້ອມທັງສະເໜີໃຫ້ສອງປະເທດ ຄວນເພີ່ມທະວີການພົວພັນຮ່ວມມື ໃນຂົງເຂດທີ່ຫວຽດນາມມີທ່າແຮງໃຫ້ຫຼາຍກວ່າອີກຄື ກະສິກຳ ແລະ ຂົງເຂດລ້ຽງປູກສິນໃນນ້ຳ. ສ່ວນທ່ານເອກອັກຄະລັດຖະທູດ ຟ້າມແອງຕ໋ວນ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາຖະໜາຢາກພັດທະນາການພົວພັນມິດຕະພາບ, ຮ່ວມມືຫຼາຍດ້ານກັບ ໄນຈີເລຍ ກວ່າອີກ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ກະສິກຳ.


ຕອບກັບ

ຂ່າວ/ບົດ​ອື່ນ