ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ ຫວຽດ​ນາມ - ລາວ

(VOVWORLD) -ທ່ານນາງ ສູນທອນ ໄຊຍະຈັກ ເຊື່ອໝັ້ນວ່າ ການຢ້ຽມຢາມລາວ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະປະກອບສ່ວນເຂົ້າໃນການພັດທະນາສາຍພົນພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ
ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ ຫວຽດ​ນາມ - ລາວ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກິນເຂົ້າເຊົ້າກັບ ທ່ານນາງປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ລາວ - ຫວຽດນາມ ສູນທອນ ໄຊຍະຈັກ

ໃນໂອກາດມາຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ, ຕອນເຊົ້າ 17 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມີການພົບປະແລກປ່ຽນກັບທ່ານນາງປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ລາວ - ຫວຽດນາມ, ຮອງປະທານສະພາແຫ່ງຊາດລາວ, ສູນທອນ ໄຊຍະຈັກ ກ່ຽວກັບຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີໂຄງການສ້າງກົດໝາຍໃນກອງປະຊຸມຈະມາເຖິງ ຂອງສອງສະພາແຫ່ງຊາດ. ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບການສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນ, ຮ່ວມເດີນທາງລະຫວ່າງ ສະພາແຫ່ງຊາດ ກັບ ລັດຖະບານ ຢູ່ແຕ່ລະປະເທດ ໃນການຮັບປະກັນຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍ ຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນການຜັນຂະຫຍາຍໜ້າທີ່ສ້າງກົດໝາຍ, ພັດທະນາເສດຖະກິດ - ສັງຄົມ.

ທ່ານນາງ ສູນທອນ ໄຊຍະຈັກ ເຊື່ອໝັ້ນວ່າ ການຢ້ຽມຢາມລາວ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ກໍ່ຄືເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ຂອງ ລາວ - ຫວຽດນາມ ໃຫ້ດີຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ