ເພີ່ມທະວີການພົວພັນຮ່ວມມືລະຫວ່າງສານປະຊາຊົນຂອງ 2 ປະເທດ ຫວຽດນາມ ແລະ ສ.ເກົາຫຼີ

(VOVWORLD) - ຕອນບ່າຍວັນທີ 28 ສິງຫາ, ທີ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Yang Sung - tae ປະທານສານສູງສຸດ ສ.ເກົາຫຼີ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ເພີ່ມທະວີການພົວພັນຮ່ວມມືລະຫວ່າງສານປະຊາຊົນຂອງ 2 ປະເທດ ຫວຽດນາມ ແລະ ສ.ເກົາຫຼີ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ Yang Sung - tae ປະທານສານສູງສຸດ ສ.ເກົາຫຼີ

ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ການຢ້ຽມຢາມແມ່ນມີຄວາມໝາຍສຳຄັນໃນການເຮັດແໜ້ນການພົວພັນຮ່ວມມືລະຫວ່າງສານປະຊາຊົນຂອງ 2 ປະເທດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນການສະໜັບສະໜູນຢ່າງແຮງຂອງລັດ ແລະ ລັດຖະບານ ຫວຽດນາມ ສຳລັບເລື່ອງຊຸກຍູ້ການພົວພັນຮ່ວມມືລະຫວ່າງສານປະຊາຊົນ 2 ປະເທດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະໜັບສະໜູນສານປະຊາຊົນສູງສຸດ ແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ ກໍ່ສ້າງ ແລະ ຜັນຂະຫຍາຍໂຄງການ “ເພີ່ມທະວີລັກສະນະກະຈ່າງແຈ້ງ ແລະ ຍົກສູງຄຸນນະພາບການພິພາກສາຢູ່ສານປະຊາຊົນ ຫວຽດນາມ” ໂດຍໄວ

        ສ່ວນທ່ານ Yang Sung – tae ປະທານສານສູງສຸດ ສ.ເກົາຫຼີ ຖືວ່າ: ການຮ່ວມມືລະຫວ່າງສານ ສ.ເກົາຫຼີ ແລະ ສານປະຊາຊົນ ຫວຽດນາມ ພວມນັບມື້ນັບພັດທະນາ. ທ່ານປະທານສານສູງສຸດ ສ.ເກົາຫຼີ  Yang Sung – tae ຢືນຢັນວ່າ ໃນຖານະຕຳແໜງຂອງຕົນ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ 2 ສານເວົ້າສະເພາະ ໃຫ້ນັບມື້ນັບພັດທະນາ ເຂົ້າສູ່ລວງເລິກ, ມິປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ