ເພີ່ມທະວີການສົມທົບວຽກງານລະຫວ່າງລັດຖະບານແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

 ເພີ່ມທະວີການສົມທົບວຽກງານລະຫວ່າງລັດຖະບານແລະຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ - ảnh 1
ກອງ​ປະຊຸມ​ລະຫວ່າງ​ລັດຖະບານ ​ແລະ ຄະນະ​ກຳມະການ​
ສູນ​ກາງ​ແນວ​ໂຮມ​
photo:vietnamplus.vn

(vovworld) -ຕອນ​ບ່າຍ​ວັນ​ທີ 19/2, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພ້ອມ​ດ້ວຍ​ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທ​ດຊາດ​ຫວຽດນາມ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ລະຫວ່າງ​ລັດຖະບານ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເພື່ອ​ຕີ​ລາຄາ​ໝາກຜົນ​ການ​ປະສານ​ສົມທົບ​ວຽກ​ງານ​ປີ 2013 ຜ່ານ​ມາ ​ແລະ ວາງ​ອອກ​ບັນດາ​ຫນ້າ​ທີ່​ຈຸດ​ສຸມ​ໃນ​ປີ 2014. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທ​ດຊາດ​ຫວຽດນາມ ຢືນຢັນ​ວ່າ: ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ສືບ​ຕໍ່​ສົມທົບ​ຢ່າງ​ແຫນ້ນ​ແຟ້ນກັບ​ລັດຖະບານ​ໃນ​ການ​ສ້າງສາ, ປັບປຸງ ​ແລະ ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຍູ້​ແຮງ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ​ໃຫ້​ປອດ​​ໃສ, ໝັ້ນຄົງເຂັ້ມ​ແຂງ, ສ້າງ​ນະ​ໂຍບາຍ, ກົດໝາຍ… ພ້ອມ​ທັງ​ສະ​ເຫ​ນີລັດຖະ​ບານ ຈົ່ງ​ພິຈາລະນາ, ​ແກ້​ໄຂ​ບັນດາ​ຂໍ້​ສະ​ເຫ​ນີຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຊື່​ງໄດ້ຍົກ​ອອກ​ມາທີ່​ກອງ​ປະຊຸມໂດຍໄວ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

        “ພວກ​ເຮົາ​ສົມທົບ​ກັນ​ເພື່ອ​ປະຕິບັດ​ວຽກ​ງານ​ຕິດຕາມ​ກວດກາ​ການ​​ໄຈ້​ແຍກຕີ​ລາຄາ ເພື່ອ​​ໃຫ້ການເຄື່ອນ​ໄຫວຂອງ ລັດຖະບານ ​ແລະ ອຳນາດ​ການ​ປົກຄອງທຸກ​ຂັ້ນ​​ນັບ​ມື້​ນັບ​ດີກວ່າ​, ຊັດ​​ເຈນ​ກວ່າ ​ແລະ ​ໃກ້ຊິດຕິດ​ແທດ​ກັບ​ຊີວິດ​ກວ່າ. ”

 

 

ຂ່າວ/ບົດ​ອື່ນ