ເພີ່ມ​ທະ​ວີ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ການ​ເສຍ​ອາ​ກອນ​ຜ່ານ​ທາງ​ເອ​ເລັກ​ໂຕ​ນິກ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ ການຫັນເປັນດີຈີຕອນແມ່ນທ່າອ່ຽງທີ່ຈຳເປັນ ແລະ ພວມດຳເນີນຢ່າງແຮງ, ເລິກເຊິ່ງກວ້າງຂວາງໃນທົ່ວປະເທດ ແລະ ໃນໂລກ. ພັກ, ລັດ ຫວຽດນາມ ຖືເປັນສຳຄັນ ແລະ ຖືນີ້ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມແຖວໜ້າ.
ເພີ່ມ​ທະ​ວີ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ການ​ເສຍ​ອາ​ກອນ​ຜ່ານ​ທາງ​ເອ​ເລັກ​ໂຕ​ນິກ - ảnh 1  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ 

ກ່າວຄຳເຫັນທີ່ພິທີປະກາດ ລະບົບໃບບິນເອເລັກໂຕນິກທົ່ວປະເທດ ໂດຍກົມໃຫຍ່ພາສີອາກອນ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ຂະແໜງອາກອນ ຕ້ອງເພີ່ມທະວີການໝູນໃຊ້ເຕັກໂນໂລຢີທັນສະໄໝເຂົ້າໃນການຄຸ້ມຄອງ, ຮັບປະກັນການແຈ້ງການເສຍອາກອນຜ່ານທາງເອເລັກໂຕນິກຢ່າງງ່າຍດາຍທີ່ສຸດ; ສູ້ຊົນຮອດປີ 2022, 100% ລະບຽບການບໍລິຫານໃນຂົງເຂດພາສີອາກອນ ໄດ້ຮັບການປະຕິບັດດ້ວຍຮູບແບບເອເລັກໂຕນິກໂດຍມີການເຊື່ອມຕໍ່ກັບ ປະຕູຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ ການຫັນເປັນດີຈີຕອນແມ່ນທ່າອ່ຽງທີ່ຈຳເປັນ ແລະ ພວມດຳເນີນຢ່າງແຮງ, ເລິກເຊິ່ງກວ້າງຂວາງໃນທົ່ວປະເທດ ແລະ ໃນໂລກ. ພັກ, ລັດ ຫວຽດນາມ ຖືເປັນສຳຄັນ ແລະ ຖືນີ້ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມແຖວໜ້າ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

        “ຄວນສືບຕໍ່ປ່ຽນແປງໃໝ່, ມີຈິນຕະນາການບຸກທະລຸ ແລະ ວິໄສທັດຍຸດທະສາດ; ສືບຕໍ່ໝູນໃຊ້ວິທະຍາສາດເຕັກໂນໂລຢີຢ່າງແຮງ, ຊຸກຍູ້ການປ່ຽນແປງໃໝ່, ປະດິດຄິດສ້າງ, ສ້າງກຳລັງໜູນຕາມຈິດໃຈນຳທັນ, ກ້າວໄປພ້ອມກັນ ແລະ ມານະພະຍາຍາມບືນຕົວຂຶ້ນໃຫ້ບຸກທະລຸໃນຂົງເຂດຄຸ້ມຄອງອາກອນ. ຖືປະຊາຊົນ, ວິສາຫະກິດເປັນໃຈກາງ ແລະ ເປັນເປົ້າໝາຍ, ເປັນກຳລັງໜູນຂອງການຫັນເປັນດີຈີຕອນ ແລະ ປະຊາຊົນ, ວິສາຫະກິດກໍຕ້ອງເຂົ້າຮ່ວມວິວັດທະນາການຫັນເປັນດີຈີຕອນນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ