ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳລາວ ໃຫ້ຂ່າວວ່າ, ວັນທີ 17/2, ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ນຳໂດຍທ່ານ ຮີ່ງຟອງແຈງ ຫົວໜ້າອົງການກວດກາລັດຖະບານນຳໜ້າ ໄດ້ເຈລະຈາກັບຄະນະຜູ້ແທນອົງການກວດກາ ລັດຖະບານລາວ ໂດຍທ່ານຫົວໜ້າ ບູນທອງ ຈິດມານີ ເປັນຫົວໜ້າຄະນະ. ທີ່ການເຈລະຈາ, ສອງຝ່າຍໄດ້ໄດ້ພ້ອມກັນແລກປ່ຽນບັນດາບົດຮຽນໃນວຽກງານກວດກາ, ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ແລະປ້ອງກັນ, ຕ້ານໄພສໍ້ຫຼາດບັງຫຼວງ; ຕີລາຄາກ່ຽວກັບສາຍພົວພັນຮ່ວມມືລະຫວ່າງອົງການກວດກາລັດຖະບານຫວຽດນາມ ແລະ ລາວ ໃນໄລຍະທີ່ຜ່ານມາ, ສອງຝ່າຍໄດ້ລົງນາມຂໍ້ຕົກລົງກ່ຽວກັບການຮ່ວມມືໃນຂົງເຂດກວດກາ 3 ຄັ້ງແລ້ວ, ນຳມາເຊີ່ງປະສິດທິຜົນອັນແທດຈິງ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືຣອບດ້ານລະຫວ່າງສອງປະເທດຫວຽດນາມ ແລະ ລາວ. ທ່ານຫົວໜ້າສອງອົງການສອງປະເທດໃຫ້ຮູ້ວ່າ ຫວຽດນາມ ແລະ ລາວ ຈະສືບຕໍ່ລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມື ພ້ອມກັບບາງໜ້າທີ່ ມາດຕະການກວດກາປີ 2012 ແລະຊຸມປີຕໍ່ໄປ, ໃນນັ້ນເນັ້ນໜັກເຖິງການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບຳລຸງສ້າງຊັບພະຍາກອນມະນຸດ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຜູ້ຊ່ຽວຊານ ແລະ ບົດຮຽນໃນວຽກງານກວດກາແຫ່ງລັດ.